ຂ່າວສານ

ທ່ານ ບຸ່ຍ​ແທັງ​ເຊີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ: ຮັບ​ປະ​ກັນ​ໃຫ້​ພິ​ທີ​ເປີດເຊັນ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ທີ່​ສຸດ

ພິທີເປີດເຊັນສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງອິນເຕີເນັດ ແລະ ບັນດາເຫດການທີ່ກ່ຽວຂ້ອງຢູ່ ຫວຽດນາມ (ຄະນະຊີ້ນຳພິທີເປີດເຊັນສົນທິສັນຍາ ຮ່າໂນ້ຍ) ຈະຈັດຂຶ້ນໃນລະຫວ່າງວັນທີ 25 – 26 ຕຸລາ 2025 ຢູ່ຮ່າໂນ້ຍ.
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານວາລະປະຊຸມ (ພາບ: VGP)

ຕອນບ່າຍວັນທີ 13 ຕຸລາ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ ຫວຽດນາມ  ໄດ້ເປັນປະທານວາລະປະຊຸມຂອງຄະນະຊີ້ນຳພິທີເປີດເຊັນສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງອິນເຕີເນັດ ແລະ ບັນດາເຫດການທີ່ກ່ຽວຂ້ອງຢູ່ ຫວຽດນາມ (ຄະນະຊີ້ນຳພິທີເປີດເຊັນສົນທິສັນຍາ ຮ່າໂນ້ຍ) ໃນລະຫວ່າງວັນທີ 25 – 26 ຕຸລາ 2025 ຢູ່ຮ່າໂນ້ຍ. ໄລ່ຮອດວັນທີ 8 ຕຸລາ, ໄດ້ມີກວ່າ 100 ຄະນະຜູ້ແທນຂອງປະເທດສະມາຊິກ ສປຊ ແລະ ອົງການຈັດຕັ້ງສາກົນ ໂດຍການນຳຂັ້ນສູງ, ການນຳຂະແໜງການບັນດາກະຊວງ, ອົງການຈັດຕັ້ງສາກົນເປັນຫົວໜ້າຄະນະ ໄດ້ຢັ້ງຢືນຈະເຂົ້າຮ່ວມພິທີເປີດເຊັນ. ນອກຈາກນັ້ນແລ້ວ ຍັງມີ 8 ວາລະໂອ້ລົມສົນທະນາ, 32 ກອງປະຊຸມສຳມະນາ, ກວ່າ  20 ງານວາງສະແດງຂອງບັນດາປະເທດ, ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເຖິງວິທະຍາສາດ, ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ຄວາມປອດໄພໄຊເບີ ແລະ ຕ້ານອາຊະຍາກຳທາງອິນເຕີເນັດ.

ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ບັນດາ ອະນຸກຳມະການສືບຕໍ່ຕັ້ງໜ້າ, ເປັນເຈົ້າການຊຸກຍູ້ຜັນຂະຫຍາຍໜ້າທີ່, ຮັບປະກັນຄຸນນະພາບ ແລະ ວັນເວລາ ໃຫ້ພິທີເປີດເຊັນສົນທິສັນຍາ ປະສົບຜົນສຳເລັດຢ່າງຈົບງາມທີ່ສຸດ.


top