ຂ່າວສານ

ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບ ທ່ານ Abe Shuichi, ເຈົ້າແຂວງ Nagano (ຍີ່ປຸ່ນ)

ທີ່ການຕ້ອນຮັບ ທ່ານ Abe Shuichi ເຈົ້າແຂວງ  Nagano(ຍີ່ປຸ່ນ) ໃນຕອນບ່າຍວັນທີ 14 ສິງຫາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ຊີ້ແຈ້ງ: ການພົວພັນຄູ່ຮ່ວມຍຸດທະສາດທີ່ກ້ວາງເລິກລະຫວ່າງຫວຽດນາມ-ຍີ່ປຸ່ນພວມພັດທະນາຢ່າງເຂັ້ມແຂງໃນຫຼາຍຂົງເຂດ, ບໍ່ພຽງແຕ່ຂັ້ນສູນກາງເທົ່ານັ້ນແຕ່ຍັງນັບທັງຂັ້ນທ້ອງຖິ່ນອີກດ້ວຍ.

ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີຫວຽດນາມຕ້ອນຮັບ ທ່ານ Abe Shuichi ເຈົ້າແຂວງ  Nagano (ພາບ: TTXVN)

ທ່ານນາຍົກລັດຖະມົນຕີຫວຽດນາມໄດ້ຊີ້ແຈ້ງວ່າ: ແຂວງ Nagano ມີຄວາມເຂັ້ມແຂງທາງດ້ານກະສິກຳເຕັກໂນໂລຊີສູງ, ດັ່ງນັ້ນ, ຫວຽດນາມ ຈຶ່ງຢາກໄດ້ມີການຮ່ວມມືທີ່ເຂັ້ມແຂງກັບແຂວງໃນຂົງເຂດນີ້, ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ, ອີງຕາມຂໍ້ຕົກລົງໃນກອງປະຊຸມເຈລະຈາກັບທ່ານ Shinzo Abe , ລັດຖະບານຫວຽດນາມຈະສ້າງເງື່ອນໄຂໃຫ້ແກ່ຜະລິດຕະພັນກະເສດ ຍີ່ປຸ່ນ(ຄື:ໝາກໂປ່ມ, ໝາກສາລີ້), ໃນນັ້ນ, ມີແຂວງ Nagano ຈະໄດ້ຮັບຄວາມສະດວກໃນການເຂົ້າມາຕະຫຼາດຫວຽດນາມ.

ທ່ານນາຍົກລັດຖະມົນຕີຫວຽດນາມສະເໜີວ່າໃນໄລຍະຈະມາເຖິງ, ອຳນາດການປົກຄອງແຂວງ Nagano ແລະ ທ່ານເຈົ້າແຂວງ Abe Shuichi ສືບຕໍ່ເອົາໃຈໃສ່, ຊຸກຍູ້ບັນດາວິສາຫະກິດຂອງແຂວງເຂົ້າມາລົງທຶນຢູ່ ຫວຽດນາມໃນຂົງເຂດທີ່ແຂວງມີທ່າແຮງຄື: ດ້ານກະສິກຳ, ດ້ານອຸດສະຫະກຳເຄື່ອງຈັກໄຟຟ້າ, ດ້ານການສື່ສານ, ອຸປະກອນຮັບໃຊ້ໃນການຜະລິດໃຫ້ຫຼາຍກວ່າອີກ; ເພີ່ມທະວີ, ເປີດກວ້າງຮັບເອົານັກຝືກງານຫວຽດນາມ. ລັດຖະບານຫວຽດນາມພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດແຂວງ Nagano ເຂົ້າມາລົງທຶນ, ເຮັດທຸລະກິດປະສົບຜົນສຳເລັດຢູ່ ຫວຽດນາມ.  

(ແຫຼ່ງຄັດຈາກ VOV)


top