ຕອນບ່າຍວັນທີ 29 ມິຖຸນາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈໍາ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານ ເລມິງຮຶງ ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານນາງ Gillian Bird ແລະສະຖານທູດອົດສະຕາລີ ໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອົດສະຕາລີ ໃນໄລຍະຜ່ານມາ; ເຊື່ອໝັ້ນວ່າ ທ່ານນາງ Gillian Bird ຈະສືບຕໍ່ບັນລຸຜົນສຳເລັດກວ່າອີກ ແລະມີການປະກອບສ່ວນທີ່ແທດຈິງໃຫ້ແກ່ການພັດທະນາທີ່ນັບມື້ນັບເຂັ້ມແຂງຂອງການພົວພັນສອງປະເທດ.
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈໍາຫວຽດນາມ. ພາບ: VNA
ທ່ານ ເລມິງຮຶງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖື ອົດສະຕາລີ ເປັນເພື່ອນທີ່ໄວ້ເນື້ອເຊື່ອໃຈ, ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ມີທ່າແຮງບົ່ມຊ້ອນຫຼາຍຢ່າງ ແລະມີຖານະທີ່ຕັ້ງ, ບົດບາດນັບມື້ນັບເພີ່ມຂຶ້ນຢູ່ພາກພື້ນ, ພ້ອມກັນແບ່ງປັນຜົນປະໂຫຍດຍຸດທະສາດກັບຫວຽດນາມ. ເນັ້ນໜັກວ່າ ສອງປະເທດ ຍັງມີທ່າແຮງບົ່ມຊ້ອນຮ່ວມມືຫຼາຍຢ່າງ, ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍຜັນຂະຫຍາຍມາດຕະການບຸກທະລຸ ເພື່ອຫັນເປົ້າໝາຍຍົກວົງເງິນການຄ້າຂຶ້ນເປັນ 20 ຕື້ໂດລາສະຫະລັດ ແລະເພີ່ມຂຶ້ນທົບສອງເທົ່າການລົງທຶນສອງສົ້ນໃນໄລຍະຈະມາເຖິງໃຫ້ປະກົດຜົນເປັນຈິງ; ສະເໜີຝ່າຍ ອົດສະຕາລີ ສືບຕໍ່ເປີດຕະຫຼາດໃຫ້ແກ່ສິນຄ້າ, ຜະລິດຕະພັນກະເສດ, ສິນໃນນໍ້າຂອງຫວຽດນາມ ແລະຮັກສາສະຖຽນລະພາບແຫຼ່ງສະໜອງນໍ້າມັນເຊື້ອໄຟ...
ສ່ວນທ່ານນາງ Gillian Bird ເນັ້ນໜັກວ່າ ອົດສະຕາລີ ຍາມໃດກໍຮ່ວມເດີນທາງ, ສະໜັບສະໜູນ, ໜູນຊ່ວຍຫວຽດນາມ ໃນການປະຕິບັດການປະຕິຮູບ ເພື່ອບັນລຸບັນດາເປົ້າໝາຍພັດທະນາ; ຢັ້ງຢືນຄວາມປາດຖະໜາຢາກສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນສອງປະເທດໃຫ້ພັດທະນານັບມື້ນັບແທດຈິງ ແລະມີປະສິດທິຜົນ, ໂດຍສະເພາະແມ່ນໃນຂົງເຂດການຄ້າ-ການລົງທຶນ, ການສຶກສາ-ບໍາລຸງສ້າງ, ໜູນຊ່ວຍພັດທະນາວິທະຍາສາດ-ເຕັກໂນໂລຊີ...
ໂອກາດນີ້, ທ່ານນາງ Gillian Bird ມີຄວາມຍິນດີທີ່ປະກາດວ່າ ອົດສະຕາລີ ຈະສະໜອງທຶນຊ່ວຍເຫຼືອຫຼ້າຈໍານວນເກືອບ 100 ລ້ານໂດລາອົດສະຕາລີ ໃຫ້ແກ່ຫວຽດນາມ ໃນປີການເງິນ 2026-2027, ໃນນັ້ນສຸມໃສ່ເຂົ້າໃນການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ, ພັດທະນາທັກສະ ແລະແຫຼ່ງຊັບພະຍາກອນມະນຸດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສຫຼາຍ ຝ່າຍ, ຊຸກຍູ້ການພົວພັນ ອາຊຽນ-ອົດສະຕາລີ, ບັນດາສັນຍາການຄ້າເສລີຢູ່ພາກພື້ນ; ການຮ່ວມມື, ຮັບປະກັນຄວາມເສລີ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ພາກພື້ນ ແລະໃນໂລກ.
* ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ Choi Young Sam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ, ໃນໂອກາດສໍາເລັດໜ້າທີ່ການທູດຢູ່ ຫວຽດນາມ.
ທ່ານ ເລມິງຮຶງ ຊົມເຊີຍ ແລະຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານ Choi Young Sam ເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ ທີ່ນັບມື້ນັບເຂົ້າສູ່ລວງເລິກ, ນໍາເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ.
ບັນຍາກາດທີ່ການຕ້ອນຮັບ. ພາບ: VNA
ທ່ານ ນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ພື້ນຖານການພົວພັນອັນໜັກແໜ້ນລະຫວ່າງສອງປະເທດ ຈະເປັນພື້ນຖານ ເພື່ອໃຫ້ສອງຝ່າຍສືບຕໍ່ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ຈະມາເຖິງ; ສະເໜີສອງຝ່າຍສືບຕໍ່ຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນລະດັບສູງ ແລະທຸກລະດັບ; ເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ສຸມໃສ່ສໍາເລັດເປົ້າໝາຍວົງເງິນການຄ້າສອງຝ່າຍບັນລຸ 100 ຕື້ໂດລາສະຫະລັດ ໃນປີ 2026 ແລະມຸ່ງໄປເຖິງເປົ້າໝາຍ 150 ຕື້ ໂດລາສະຫະລັດ ໃນປີ 2030 ຕາມທິດດຸນດ່ຽງ, ຍືນຍົງ; ຊຸກຍູ້ວິສາຫະກິດ ສ.ເກົາຫຼີ ສືບຕໍ່ລົງທຶນໃໝ່ ແລະເປີດກວ້າງການລົງທຶນເຂົ້າຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດຜະລິດອຸປະກອນເອເລັກໂຕນິກເຕັກໂນໂລຊີສູງ, semiconductor, ພະລັງງານທົດແທນ, ລົດໄຟຕົວເມືອງ, ນະຄອນອັດສະລິະ.
ສ່ວນທ່ານ Choi Young Sam ຢັ້ງຢືນວ່າ ສ.ເກົາຫຼີ ຍາມໃດກໍຖືເປັນສໍາຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນສອງປະເທດ ພັດທະນາຢ່າງແຮງ ກວ່າອີກ, ໂດຍສະເພາະແມ່ນໃນບັນດາຂົງເຂດໃໝ່ ທີ່ ສ.ເກົາຫຼີ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ, ຄື: ວິທະຍາສາດ-ເຕັກໂນໂລຊີ, semiconductor, ພະລັງງານທົດແທນ, ປັນຍາປະດິດ, ພື້ນຖານໂຄງລ່າງ; ເນັ້ນໜັກວ່າ ສ.ເກົາຫຼີ ຍາມໃດກໍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນເພື່ອນຮ່ວມເດີນທາງກັບຫວຽດນາມ ໃນການຜັນຂະຫຍາຍບັນດາເປົ້າໝາຍພັດທະນາຂອງຫວຽດນາມ ຮອດປີ 2030 ແລະ 2045. ທ່ານ Choi Young Sam ຫວັງວ່າ ຝ່າຍຫວຽດນາມ ສືບຕໍ່ເອົາໃຈໃສ່, ໜູນຊ່ວຍ ແລະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ, ພົນລະເມືອງ ສ.ເກົາຫຼີ ມີຄວາມອຸ່ນອ່ຽງໃຈລົງທຶນ ແລະດໍາລົງຊີວິດປົກກະຕິ ແລະຍາວນານຢູ່ຫວຽດນາມ.
* ກໍໃນຕອນບ່າຍວັນທີ 29 ມິຖຸນາ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຕ້ອນຮັບທ່ານ Jim Nickel ເອກອັກຄະລັດຖະທູດການາດາ ປະຈໍາ ຫວຽດນາມ.
ທ່ານ ເລມິງຮຶງ ຕີລາຄາສູງການເຄື່ອນໄຫວທີ່ຕັ້ງໜ້າຂອງທ່ານ Jim Nickel ແລະສະຖານທູດ ການາດາ ປະຈໍາ ຫວຽດນາມ ໃນໄລຍະຜ່ານມາ ເພື່ອແນໃສ່ຊຸກຍູ້ການພົວພັນສອງປະເທດ; ຢັ້ງຢືນວ່າ ຫວຽດນາມ ຖື ການາດາ ເປັນຄູ່ຮ່ວມມືສໍາຄັນ ແລະປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມື ຮອບດ້ານ ນັບມື້ນັບໜັກແໜ້ນ, ເຂົ້າສູ່ລວງເລິກ ແລະມີປະສິດທິຜົນ, ມຸ່ງໄປເຖິງການນໍາການພົວພັນຂຶ້ນສູ່ລະດັບສູງໃໝ່ໂດຍໄວ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຕ້ອນຮັບທ່ານ Jim Nickel ເອກອັກຄະລັດຖະທູດ ການາດາ ປະຈໍາຫວຽດນາມ. ພາບ: VNA
ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ສອງປະເທດຍັງມີທ່າແຮງບົ່ມຊ້ອນຮ່ວມມືທີ່ຍັງບໍ່ທັນຂຸດຄົ້ນໄດ້ໝົດເທື່ອ, ໂດຍສະເພາະແມ່ນໃນບັນດາຂົງ ເຂດເສດຖະກິດ-ການຄ້າ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ, ຫັນເປັນສີຂຽວ, ພະລັງງານ... ເພື່ອເສີມຂະຫຍາຍປະສິດທິຜົນກວ່າອີກການພົວພັນ ຫວຽດນາມ-ການາດາ, ທ່ານນາຍົກລັດຖະມົນຕີ ສະເໜີ ທ່ານ Jim Nickel ໜູນຊ່ວຍຊຸກຍູ້ບັນດາການເຄື່ອນໄຫວພົບປະ, ສົນທະນາທາງ ໂທລະສັບ, ແລກປ່ຽນຄະນະ, ໃຫ້ບຸລິມະສິດຜັນຂະຫຍາຍບັນດາການຢ້ຽມຢາມຂອງການນໍາຂັ້ນສູງສອງປະເທດ; ໜູນຊ່ວຍວິສາຫະກິດການາດາ ລົງທຶນເຂົ້າບັນດາຂົງເຂດ, ໂຄງການຈຸດສຸມກ່ຽວກັບພະລັງານ, ເສດຖະກິດ ສີຂຽວ, ເສດຖະກິດໝູນວຽນ... ຢູ່ ຫວຽດນາມ.
ສ່ວນທ່ານ Jim Nickel ສະແດງຄວາມປະທັບໃຈກ່ຽວກັບບັນດາກໍານົດທິດຍຸດທະສາດຂອງພັກ, ລັດຖະບານຫວຽດນາມ; ຢັ້ງຢືນວ່າ ການາດາ ຖື ຫວຽດນາມ ເປັນຄູ່ຮ່ວມມືສໍາຄັນ, ມີບົດບາດຫຼັກແຫຼ່ງໃນອາຊຽນ ແລະຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ. ທ່ານ Jim Nickel ເນັ້ນໜັກເຖິງ ທ່າແຮງບົ່ມຊ້ອນ ກໍຄືຂໍ້ສະເໜີຮ່ວມມືລະອຽດຈໍານວນໜຶ່ງ ກ່ຽວກັບພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ, ສຸຂະອະນາໄມດ້ານສະບຽງອາຫານ, ການບິນອາວະກາດ, ການຂົນສົ່ງທາງທະເລ, ປ້ອງກັນ, ຕ້ານອາດຊະຍາກໍາ, ອາດຊະຍາກໍາຂ້າມຊາດ, ຮັກສາສັນຕິພາບ ສປຊ...