ຂ່າວສານ

ທ່ານ ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍຶດG20 ແລະຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ

      ຕອນເຊົ້າວັນທີ 27 ມິຖຸນາ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍ ໄປໂອຊາກາ, ປະເທດຍີ່ປຸ່ນເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມ ສຸດຍອດ G20 ແລະຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ແຕ່ວັນທີ 27 ມິຖຸນາ - 01 ກໍລະກົດ ຕາມການເຊື້ອເຊີນຂອງທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.
            ກອງປະຊຸມ G20 ແມ່ນເວທີປາໄສຂັ້ນສູງ ຂອງບັນດາການນຳອົງການບໍລິຫານຂອງ 19 ປະເທດທີ່ພັດທະນາແລ້ວ, ການນໍາEU ແລະບັນດາອົງການການເງິນສາກົນຄື IMF, WB... ແລະບາງການນຳພື້ນຖານເສດຖະກິດທີ່ກຳລັງຟື້ນຕົວ.
        ຫວຽດນາມແມ່ນໜຶ່ງໃນ 8 ປະເທດ ທີ່ເປັນແຂກຖືກເຊີນພິເສດຂອງປະເທດເຈົ້າພາບ ຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມ G20 ຄັ້ງທີ 14. ປີ 2010, ເປັນຄັ້ງທໍາອິດທີ່ຫວຽດນາມ  ໄດ້ເຂົ້າຮ່ວມກອງປະຊຸມ G20 ໃນຖານະເປັນ ປະທານອາຊຽນ. ສິ່ງດັ່ງກ່າວນີ້, ໄດ້ສະແດງໃຫ້ເຫັນຖານະບົດບາດສຳຄັນຂອງຫວຽດນາມ ໃນພື້ນຖານການເມືອງໂລກ ແລະ ພື້ນຖານເສດຖະກິດ ຫວຽດນາມພວມບືນຕົວຂຶ້ນຢ່າງແຮງ, ສົ່ງຜົນກະທົບໃດໜຶ່ງເຖິງພຶ້ນຖານເສດຖະກິດທົ່ວໂລກ.
        ການຖືກເຊີນເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ຍີ່ປຸ່ນຄັ້ງນີ້ ຈະຊ່ວຍໃຫ້ຫວຽດນາມ ມີສຽງເວົ້າຮ່ວມກັບບັນດາພຶ້ນຖານເສດຖະກິດພວມພົ້ນເດັ່ນ, ປະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາລວມຂອງພື້ນຖານເສດຖະກິດ, ຕ້ານຄືນບັນດາທ່າອ່ຽງທີ່ຫຍໍ້ທໍ້ຕໍ່ກັບພື້ນຖານເສດຖະກິດທົ່ວໂລກ.
 (ແຫຼ່ງຄັດຈາກ VOV)

top