ຂ່າວສານ

ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບຫລາຍກຸ່ມບໍລິສັດໃຫຍ່ຂອງ ຝລັ່ງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີ ບັນດາວິສາຫະກິດ ຜັນຂະຫຍາຍ ການເຄື່ອນໄຫວຮ່ວມມື, ລົງທຶນ ຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີ Total ເປີດກວ້າງການລົງທຶນ. (ພາບ: VGP)

ວັນທີ 4 ພະຈິກ, ແມ່ນມື້ທີສອງໃນການຢ້ຽມຢາມ ສ. ຝລັ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະ, ເຮັດວຽກ ກັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ແຖວຫນ້າຂອງ ຝລັ່ງ.

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ,  ທ່ານ Patrick Pouyanne ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດນ້ຳມັນອາຍແກສ Total ໃຫ້ຮູ້ວ່າ: ກຸ່ມບໍລິສັດມີຄວາມສົນໃຈເຖິງຕະຫລາດຫວຽດນາມ ແລະ ສະແດງຄວາມປາດຖະຫນາຢາກເພີ່ມທະວີການຮ່ວມມືກ່ຽວກັບບັນດາໂຄງການພະລັງງານຜະລິດຄືນໃຫມ່. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ມີນະໂຍບາຍສົ່ງເສີມບັນດານັກລົງທຶນສົມທົບກັບບັນດາຄູ່ຮ່ວມມື ຫວຽດນາມ ເພື່ອຍົກສູງກຳລັງຄວາມສາມາດດ້ານການເງິນ, ເຕັກໂນໂລຊີ, ກຳລັງຄວາມສາມາດບໍລິຫານ.. ລັດຖະບານ ຈະສືບຕໍ່ມີການເຮັດວຽກເພື່ອຮັບຟັງບັນດາຄຳເຫັນຂອງວິສາຫະກິດ, ໃນນັ້ນມີບັນດານັກລົງທຶນຕ່າງປະເທດ.

ທີ່ການຮັບປະທານອາຫານເຊົ້າທັງເຮັດວຽກ ກັບປະທານ Eurocham ປະຈຳ ຫວຽດນາມ Alain Cany ແລະການນຳຫລາຍກຸ່ມບໍລິສັດໃຫຍ່ຂອງ ຝລັ່ງ, ທ່ານນາຍົກລັດຖະມົນຕີ ແລະການນຳບັນດາວິສາຫະກິດ ໄດ້ແລກປ່ຽນບັນດາກາລະໂອກາດ ແລະ ວິວັດການເຄື່ອນໄຫວຢູ່ ຫວຽດນາມໃນບັນດາຂົງເຂດຄື: ຄົມມະນາຄົມຂົນສົ່ງ, logistics, ພະລັງງານ, ເຕັກໂນໂລຊີສູງ, ອັດຕະໂນມັດ, ຫັນເປັນດີຈີຕອນ..

ທ່ານນາຍົກລັດຖະມົນຕີ ສະເຫນີ ບັນດາວິສາຫະກິດ ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື, ລົງທຶນ ຢູ່ ຫວຽດນາມແລະ ປະກອບຄຳເຫັນໃສ່ນະໂຍບາຍຕໍ່ກັບລັດຖະບານ ຫວຽດນາມ ບົນຈິດໃຈ “ພ້ອມກັນໄຊຊະນະ” ແລະພິເສດ ແມ່ນສອດຄ່ອງກັບທ່າອ່ຽງພັດທະນາແບບຍືນຍົງ, ຫລຸດຜ່ອນການປ່ອຍອາຍພິດ, ຫັນປ່ຽນຂຽວ, ຫັນເປັນດີຈີຕອນ...

(ແຫຼ່ງຄັດຈາກ VOV)


top