ຂ່າວສານ

ທ່ານ ທອງລຸນ ສີສຸລິດ ສົ່ງສານຊົມເຊີຍເຖິງ ທ່ານ ຫງວຽນຟູຈ້ອງ

      ພວກຂ້າພະເຈົ້າຂໍຢືນຢັນວ່າຈະສືບຕໍ່ຮ່ວມກັບທ່ານ ແລະ ການນຳຊຸດໃໝ່ຂອງພັກກອມມູນິດຫວຽດນາມ ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນພິເສດທີ່ຫາຍາກ ແລະ ບໍລິສຸດຜຸດຜ່ອງລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ມີປະສິດທິຜົນ
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ
(ພາບປະກອບ: ປຊຊ)
      (ປຊຊ) ໃນວັນທີ 1 ກຸມພາ 2021, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ຫງວຽນຟູຈ້ອງ, ໃນໂອກາດໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກສະໄໝໜຶ່ງ, ຊຶ່ງມີເນື້ອໃນດັ່ງນີ້:
ເນື່ອງໃນໂອກາດທີ່ທ່ານ ຫງວຽນຟູຈ້ອງ, ໄດ້ຮັບການເລືອກຕັ້ງ ໃຫ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ອີກຄັ້ງໜຶ່ງໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ທີ່ຜ່ານມາ, ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄວາມຊົມເຊີຍຢ່າງສຸດໃຈ ແລະ ພອນໄຊອັນປະເສີດມາຍັງທ່ານ.
ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫຼາດ ສ່ອງໃສຂອງພັກກອມມູນິດຫວຽດນາມ ມີກຽດສະຫງ່າທີ່ມີທ່ານເປັນຜູ້ນຳໜ້າ, ປະຊາຊົນຫວຽດນາມ ອ້າຍນ້ອງ ຈະສືບຕໍ່ຍາດໃດ້ຜົນສຳເລັດອັນໃໝ່, ໃຫຍ່ຫຼວງກ່ວາເກົ່າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ເພື່ອບັນລຸຈຸດໝາຍແຫ່ງການສ້າງສສ ຫວຽດນາມ ໃຫ້ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝ, ເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ ແລະ ກາຍເປັນປະເທດພັດທະນາ ໃນກາງສະຕະວັດທີ 21 ຕາມທິດສັງຄົມນິຍົມ.
ພວກຂ້າພະເຈົ້າຂໍຢືນຢັນວ່າຈະສືບຕໍ່ຮ່ວມກັບທ່ານ ແລະ ການນຳຊຸດໃໝ່ຂອງພັກກອມມູນິດຫວຽດນາມ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນພິເສດທີ່ຫາຍາກ ແລະ ບໍລິສຸດຜຸດຜ່ອງລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ມີປະສິດທິຜົນ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນຂອງສອງປະເທດ ພວກເຮົາ.
ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເກີດດອກອອກຜົນ ຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄືເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.
ໃນໂອກາດນີ້ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ນາຍົກລັດຖະມົນຕີ ແຫ່ງ ສປປລາວ ກໍໄດ້ສົ່ງສານຊົມເຊີຍເຖິງທ່ານ ຫງວຽນຊວັນຟຸກ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງສສ ຫວຽດນາມ. ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ສົ່ງສານຊົມເຊີຍເຖິງທ່ານ ຟ້າມບິ່ງມິງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສສ ຫວຽດນາມ ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)


top