ຂ່າວສານ

ທ່ານ Trump ຕຳ​ໜິ​ຕິ​ຕຽ​ນ​ຂໍ້​ຕົກ​ລົງ​ຂອງ​ສານ​ສູງ​ສຸດ, ປະ​ກາດ​ຍັງ​ຈັດ​ວາງ​ ​ອັດ​ຕາ​ພາ​ສີ 10%

ທ່ານ Donald Trump ຖືວ່າ, ສານບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງພຽງພໍ ເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດ, ເນັ້ນໜັກວ່າການຕັດສິນຂອງ ສ່ວນຫຼາຍຜູ້ພິພາກສາ ອາດສາມາດກໍ່ຜົນກະທົບຢ່າງຫຍໍ້ທໍ້ຕໍ່ຄວາມສາມາດປົກປ້ອງຜົນປະໂຫຍດດ້ານເສດຖະກິດຂອງ ອາເມລິກາ.
ທ່ານ Donald Trump ປະທານາທິບໍດີ ອາເມລິກາ ກ່າວຄຳເຫັນທີ່ການຖະແຫຼງຂ່າວ ພາຍຫຼັງການການຕັດສິນ ກ່ຽວກັບຂອງສານສູງສຸດ (ພາບ: REUTERS/Kevin Lamarque)

ປະຕິກິລິຍາຕໍ່ໜ້າການຕັດສິນກ່ຽວກັບດ້ານພາສີອາກອນຂອງສານສູງສຸດ, ວັນທີ 20 ກຸມພາ (ຕາມເວລາທ້ອງຖິ່ນ), ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ຕຳໜິຕິຕຽນຢ່າງແຮງການຕັດສິນນີ້, ຖືນີ້ແມ່ນການຕັດສິນທີ່ເປັນໜ້າຜິດຫວັງຢ່າງເລິກເຊິ່ງ ແລະ ສະແດງຄວາມບໍ່ເພິ່ງພໍໃຈຕໍ່ສະມາຊິກຂອງສານຈຳນວນໜຶ່ງ. ທ່ານ Donald Trump ຖືວ່າ, ສານບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງພຽງພໍ ເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດ, ເນັ້ນໜັກວ່າການຕັດສິນຂອງ ສ່ວນຫຼາຍຜູ້ພິພາກສາ ອາດສາມາດກໍ່ຜົນກະທົບຢ່າງຫຍໍ້ທໍ້ຕໍ່ຄວາມສາມາດປົກປ້ອງຜົນປະໂຫຍດດ້ານເສດຖະກິດຂອງ ອາເມລິກາ.

ໃນສື່ສັງຄົມອອນໄລ Truth Social, ທ່ານ Donald Trump ຢັ້ງຢືນວ່າ ອຳນາດການປົກຄອງຂອງ ທ່ານ ຈະສືບຕໍ່ນຳໃຊ້ເຄື່ອງມືນິຕິກຳ ທີ່ມີຢູ່ແລ້ວເພື່ອປົກປ້ອງວິສາຫະກິດ ແລະ ຜູ້ອອກແຮງງານ ອາເມລິກາ, ພ້ອມທັງຖືວ່າ ການຕັດສິນຂອງ ສານສູງສຸດພຽງແຕ່ຈຳກັນຮູບແບບຈັດວາງໃສ່ພາສີອາກອນຮູບແບບໃດໜຶ່ງ, ບໍ່ເຮັດໃຫ້ຫຼຸດລົງສິດອຳນາດທີ່ກວ້າງໃຫຍ່ຂອງປະທານາທິບໍດີ ໃນຂົງເຂດການຄ້າ.

ກ່ອນໜ້ານັ້ນ, ສານສູງສຸດອາເມລິກາ ໄດ້ຕັດສິນວາ ນະໂຍບາຍການຄ້າຂອງ ທ່ານປະທານາທິບໍດີ Donald Trump ໄດ້ ລ່ວງເກີນສິດອຳນາດ ໃນການຈັດວາງໃສ່ອັດຕາພາສີອາກອນລະດັບໃໝ່ສຳລັບສິນຄ້ານຳເຂົ້າ, ອີງຕາມກົດໝາຍທີ່ພຽງແຕ່ໝູນໃຊ້ໃນສະພາບສຸກເສີນຂອງປະເທດຊາດ.


top