ຂ່າວສານ

ທ່ານ Marc Evans Knapper ອາດຈະເປັນເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ

      ທ່ານ Marc Evans Knapper ເຄີຍເຮັດວຽກຢູ່ສະຖານທູດອາເມລິກາ ປະຈຳ ອີຣັກ ແລະ ຍີ່ປຸ່ນ. ທ່ານສາມາດໃຊ້ພາສາ ຍີ່ປຸ່ນ, ສ.ເກົາຫຼີ ແລະ ພາສາຫວຽດ ໄດ້ເປັນຢ່າງດີ.
ທ່ານ Marc Evans Knapper (ພາບ:Yonhap)
      ວັນທີ 15 ເມສາ, ປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດວ່າຈະແຕ່ງຕັ້ງເອກອັກຄະລັດຖະທູດ 9 ທ່ານ, ໃນນັ້ນມີທ່ານຮອງຜູ້ຊ່ວຍວຽກທ່ານລັດຖະມົນຕີການຕ່າງປະເທດ Marc Evans Knapper ເປັນເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ. ຕາມຂໍ້ມູນຂ່າວຈາກໜ້າເວັບຂອງທຳນຽບຂາວແລ້ວ, ທ່ານ Marc Evans Knapper ແມ່ນນັກການທູດວິຊາການ ແລະ ປະຈຸບັນພວມແມ່ນຮອງຜູ້ຊ່ວຍວຽກທ່ານລັດຖະມົນຕີການຕ່າງປະເທດ ຮັບຜິດຊອບ ຍີ່ປຸ່ນ ແລະ ສ.ເກົາຫຼີ. ກ່ອນນັ້ນ, ທ່ານເຄີຍດຳລົງຕຳໜ່າງເປັນອຸປະທູດຊົ່ວຄາວຂອງອາເມລິກາ ປະຈຳ ສ.ເກົາຫຼີ ແລະ ຜູ້ອຳນວຍການຫ້ອງການຮັບຜິດຊອບບັນດາບັນຫາກ່ຽວກັບ ອິນເດຍ ແລະ ຍີ່ປຸ່ນ ຂຶ້ນກັບກະຊວງການຕ່າງປະເທດອາເມລິກາ. ທ່ານ Marc Evans Knapper ກໍ່ເຄີຍເຮັດວຽກຢູ່ສະຖານທູດອາເມລິກາ ປະຈຳ ອີຣັກ ແລະ ຍີ່ປຸ່ນ. ທ່ານສາມາດໃຊ້ພາສາ ຍີ່ປຸ່ນ, ສ.ເກົາຫຼີ ແລະ ພາສາຫວຽດ ໄດ້ເປັນຢ່າງດີ.
(ແຫຼ່ງຄັດຈາກ VOV)


top