ຂ່າວສານ

ທ່ານ Maduro ປະທານາທິບໍດີ ຮຽກຮ້ອງ ໃຫ້ກຳລັງປະກອບອາວຸດສາມັກຄີກັນເພື່ອປົກປ້ອງປະເທດຊາດ

      ທ່ານ Maduro ເນັ້ນໜັກເຖິງອະນາຄົດ ຂອງ ເວເນຊູເອລາວ່າ ບໍ່ແມ່ນສົງຄາມ, ແຕ່ແມ່ນ ສັນຕິພາບ ແລະ ຄວາມສາມັກຄີ

ທ່ານ Nicolas Maduro ປະທານາທິບໍດີ ເວເນຊູເອລາ (ພາບ:  AFP/TTXVN)
      ວັນທີ 2 ພຶດສະພາ, ທ່ານ Nicolas Maduro ປະທານາທິບໍດີ ເວເນຊູເອລາ ໄດ້ ຮຽກຮ້ອງກຳລັງປະກອບອາວຸດ ແຫ່ງຊາດ Bolivar (FANB) ຮັກສາຄວາມສາມັກຄີເພື່ອປົກປ້ອງລັດຖະທຳມະນູນ, ພື້ນຖານປະຊາທິປະໄຕ ແລະ ສັນຕິພາບຂອງປະເທດຊາດ. ກ່າວຄຳເຫັນທີ່ພິທີແຫ່ຂະບວນການທະຫານຢູ່ຖານທັບ Fuerte Tiuna ຢູ່ ນະຄອນຫຼວງ Caracas, ທ່ານ Maduro ໄດ້ຢັ້ງຢືນວ່າ ເວເນຊູເອລາ ມີກຳລັງທະຫານທີ່ມີຄວາມ ຢຶດໝັ້ນ, ຈົ່ງຮັກພັກດີ ແລະ ມີຄວາມສາມັກຄີຍິງກ່ວາເວລາໃດໝົດ, ໃນສະພາບທີ່ປະເທດຊາດພວມຕ້ອງປະເຊີນໜ້າກັບບັນດາກົນອຸບາຍກໍ່ລັດຖະປະຫານຂອງຝ່າຍຄ້ານຢູ່ພາຍໃນປະເທດ ພາຍໃຕ້ການຊີ້ນຳຈາກພາຍນອກຂອງ ອາເມລິກາ. ທ່ານ Maduro ເນັ້ນໜັກເຖິງອະນາຄົດ ຂອງ ເວເນຊູເອລາວ່າ ບໍ່ແມ່ນສົງຄາມ, ແຕ່ແມ່ນ ສັນຕິພາບ ແລະ ຄວາມສາມັກຄີ. ທ່ານຍົກສູງຈິດໃຈຕໍ່ຕ້ານ ຂອງປະຊາຊົນ ເວເນຊູເອລາ, ກໍ່ຄືສັນລະເສີນບັນດາການການກະທຳ ແລະ ບົດບາດສຳຄັນຂອງ FANB ໃນການຮັບມືກັບບັນດາການນາບຂູ່ ແລະ ເກາະຜິດ ຂອງຝ່າຍຄ້ານທີ່ແນໃສ່ສ້າງຄວາມວຸ່ນວາຍຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງລັດຖະທຳມະນູນແຫ່ງຊາດ.
 (ແຫຼ່ງຄັດຈາກ VOV)


top