ຂ່າວສານ

ທ່ານ Joko Widodo ທີ່ຄອງຕໍາແໜ່ງປະທານາທິບໍດີ ອິນໂດເນເຊຍ ພວມນໍາໜ້າໃນການປ່ອນບັດເລືອກຕັ້ງ ອິນໂດເນເຊຍ 2019

      ໝາກຜົນໃນເບື້ອງຕົ້ນຊີ້ໃຫ້ເຫັນວ່າ ທ່ານ Joko Widodo ທີ່ພວມຄອງຕໍາແໜ່ງປະທານາທິບໍດີ ມີຄະແນນນໍາໜ້າທ່ານອະດີດນາຍພົນການທະຫານ Prabowo Subianto ທີ່ຫ່າງກັນ ແຕ່ 10 – 15%.
        ການເລືອກຕັ້ງ ປະທານາທິບໍດີ ແລະ ອົງການນິຕິບັນຍັດ ຄັ້ງທໍາອິດໃນທົ່ວປະເທດ ອິນໂດເນເຊຍ ໄດ້ສິ້ນສຸດລົງໃນເວລາ 13 ໂມງ ຂອງວັນທີ 17 ເມສາ (ຕາມເວລາທ້ອງຖິ່ນ). ຕາມກົດໝາຍວ່າດ້ວຍການເລືອກຕັ້ງຂອງ ອິນໂດເນເຊຍ ແລ້ວ, ບັນດາອົງການສໍາຫຼວດ ອາດຈະດໍາເນີນການນັບບັດໃນຮອບເວລາ 02 ຊົ່ວໂມງ ພາຍຫຼັງສິ້ນສຸດການປ່ອນບັດ.

ທ່ານ Joko Widodo ທີ່ຄອງຕໍາແໜ່ງປະທານາທິບໍດີ ອິນໂດເນເຊຍ ພວມນໍາໜ້າໃນການປ່ອນບັດເລືອກຕັ້ງ ອິນໂດເນເຊຍ 2019 (ພາບ: Tribunnews.com) 
      ໃນການປ່ອນບັດເລືອກຕັ້ງຄັ້ງນີ້, 40 ອົງການສໍາຫຼວດມີເງື່ອນໄຂພຽງພໍ ຈະປະຕິບັດການນັບບັດ. ໝາກຜົນໃນເບື້ອງຕົ້ນຊີ້ໃຫ້ເຫັນວ່າ ທ່ານ Joko Widodo ທີ່ພວມຄອງຕໍາແໜ່ງປະທານາທິບໍດີ ມີຄະແນນນໍາໜ້າທ່ານອະດີດນາຍພົນການທະຫານ Prabowo Subianto ທີ່ຫ່າງກັນ ແຕ່ 10 – 15%.
        ທ່ານ Arief Budiman ປະທານຄະນະກໍາມະການເລືອກຕັ້ງ ໃຫ້ຮູ້ວ່າ ຜົນຂອງການປ່ອນບັດເລືອກຕັ້ງຈະໄດ້ປະກາດຢ່າງເປັນທາງການໃນວັນທີ 22 ພຶດສະພາ ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)


top