ຂ່າວສານ

ທ່ານ Joe Biden ນຳໜ້າທ່ານ Donald Trump 15 ຄະແນນໃນການຢັ່ງຫາງສຽງໃນທົ່ວປະເທດ

      ໝາກຜົນຂອງການຢັ່ງຫາງສຽງໂດຍ Washington Post-ABC News ປະຕິບັດ ແລະ ປະກາດໃນວັນທີ 19 ກໍລະກົດໄດ້ ສະແດງໃຫ້ເຫັນວ່າ ມີ55%ຜູ້ມີສິດເລືອກຕັ້ງ  ຖືວ່າ ຈະປ່ອນບັດໃຫ້ແກ່ທ່ານ ອະດີດຮອງປະທານາທິບໍດີ Joe Biden, ຖ້າຫາກວ່າ ການເລືອກຕັ້ງໄດ້ດຳເນີນໃນຈຸດເວລາຢັ່ງຫາງສຽງ

ທ່ານ Joe Biden ຜູ້ສະໝັກເລືອກຕັ້ງ ປະທານາທິບໍດີ ຂອງພັກປະຊາທິປະໄຕ ແລະ ທ່ານ ປະທານາທິບໍດີ ອາເມລິກາ Doanld Trump
      ທ່ານ Joe Biden ຜູ້ສະໝັກເລືອກຕັ້ງ ປະທານາທິບໍດີ ຂອງພັກປະຊາທິປະໄຕ ສາມາດສ້າງໄດ້ທີ່ຕັ້ງຢ່າງໜັກແໜ້ນໃນການແຂ່ງຂັນຫາສຽງເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ເມື່ອລື່ນກາຍທ່ານ ປະທານາທິບໍດີ ອາເມລິກາ Doanld Trump, ໂດຍເປັນຜູ້ສະໝັກເລືອກຕັ້ງຂອງພັກສາທາລະນະ ເຖິງ 15 ຄະແນນໃນທົ່ວປະເທດ. ໝາກຜົນຂອງການຢັ່ງຫາງສຽງໂດຍ Washington Post-ABC News ປະຕິບັດ ແລະ ປະກາດໃນວັນທີ 19 ກໍລະກົດໄດ້ ສະແດງໃຫ້ເຫັນວ່າ ມີ55%ຜູ້ມີສິດເລືອກຕັ້ງ  ຖືວ່າ ຈະປ່ອນບັດໃຫ້ແກ່ທ່ານ ອະດີດຮອງປະທານາທິບໍດີ Joe Biden, ຖ້າຫາກວ່າ ການເລືອກຕັ້ງໄດ້ດຳເນີນໃນຈຸດເວລາຢັ່ງຫາງສຽງ, ໃນຂະນະນັ້ນ 40% ຜູ້ມີສິດເລືອກຕັ້ງໃຫ້ຮູ້ວ່າ ຈະສະໜັບສະໜູນທ່ານ ປະທານາທິບໍດີ ອາເມລິກາ Doanld Trump.
 (ແຫຼ່ງຄັດຈາກ VOV)

top