ການຢ້ຽມຢາມ ຫວຽດນາມ ຂອງທ່ານ Esteban Lazo Hernandez ໄດ້ດຳເນີນໃນປີມິດຕະພາບສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກູບາ ຄົບຮອບ 65 ປີ (1960 – 2025) ແລະ ນີ້ແມ່ນຄັ້ງທີ 5 ທີ່ທ່ານ Esteban Lazo Hernandez ມີການຢ້ຽມຢາມ ຫວຽດນາມ ໃນຖານະເປັນປະທານສະພາແຫ່ງຊາດ ກູບາ.
ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ອົງການປົກຄອງປະຊາຊົນ, ປະທານສະພາແຫ່ງລັດ ສາທາລະນະລັດ ກູບາ (ພາບ: TTXVN)
ຕອນເຊົ້າວັນທີ 30 ກັນຍາ, ທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ອົງການປົກຄອງປະຊາຊົນ, ປະທານສະພາແຫ່ງລັດ ສາທາລະນະລັດ ກູບາ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມວາລະປະຊຸມຄັ້ງທີ 2 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ຫວຽດນາມ - ກູບາ, ແຕ່ວັນທີ 30 ກັນຍາ ຫາວັນທີ 5 ຕຸລາ, ຕາມຄຳເຊື້ອເຊີນຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ. ຕ້ອນຮັບຄະນະຢູ່ສະໜາມບິນສາກົນ ໂນ້ຍບ່າຍ ມີທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ; ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ; ທ່ານເອກອັກຄະລັດຖະທູດ Rogelio Polanco Fuentes ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດ ກູບາ ປະຈຳ ຫວຽດນາມ.
ການຢ້ຽມຢາມ ຫວຽດນາມ ຂອງທ່ານ Esteban Lazo Hernandez ໄດ້ດຳເນີນໃນປີມິດຕະພາບສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກູບາ ຄົບຮອບ 65 ປີ (1960 – 2025) ແລະ ນີ້ແມ່ນຄັ້ງທີ 5 ທີ່ທ່ານ Esteban Lazo Hernandez ມີການຢ້ຽມຢາມ ຫວຽດນາມ ໃນຖານະເປັນປະທານສະພາແຫ່ງຊາດ ກູບາ. ຕາມທ່ານ ເລກວາງລອງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ສ. ກູບາ ແລ້ວ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນໃນຫຼາຍດ້ານ, ເພາະວ່ານີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງປະຈຳປີລະຫວ່າງສອງສະພາແຫ່ງຊາດເທົ່ານັ້ນ, ຫາກຍັງແມ່ນເຫດການການເມືອງ - ການທູດທີ່ມີຜົນກະທົບຢ່າງໃຫຍ່ຫຼວງ, ປະກອບສ່ວນປັບປຸງ ແລະ ພັດທະນາສາຍພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ກູບາ ໃຫ້ຫຼາຍກວ່າເກົ່າອີກດ້ວຍ.