ຂ່າວສານ

ທ່ານ D.Trump ປະທານາທິບໍດີ ອາເມລິກາ ຢັ້ງຢືນສິດອຳນາດຕັດສິນໃນການເປີດປະຕູພື້ນຖານເສດຖະກິດອາເມລິກາຄືນໃໝ່

      ວັນທີ 13 ເມສາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ເນັ້ນໜັກວ່າ ພຽງແຕ່ທ່ານເອງເປັນຜູ້ມີສິດອຳນາດຕົກລົງວ່າ ຍາມໃດຈະອະນຸຍາດໃຫ້ເປີດປະຕູພື້ນຖານເສດຖະກິດອາເມລິກາຄືນໃໝ່, ຫາກບໍ່ແມ່ນ ບັນດາຜູ້ວ່າການລັດ.
ທ່ານ Donald Trump ປະທານາທິບໍດີ ອາເມລິກາ (ພາບ: AFP/TTXVN)
      ໃນສື່ສັງຄົມອອນລາຍ Twitter, ທ່ານ Donald Trump ຂຽນວ່າ: ນີ້ແມ່ນການຕັດສິນຂອງປະທານາທິບໍດີ, ແລະ ຍ້ອນຫຼາຍສາຍເຫດທີ່ຈະນຳມາໃຫ້ຜົນດີງາມກ່ວາ.
            ໃນວັນດຽວກັນ, ບາງລັດຂຶ້ນກັບ ຝັ່ງທະເລຕາເວັນຕົກ ແລະ ພາກຕາເວັນອອກສ່ຽງເໜືອອາເມລິກາໄດ້ຜັນຂະຫຍາຍບັນດາຄວາມມານະພະຍາຍາມເພື່ອແນໃສ່ເປີດປະຕູພື້ນຖານເສດຖະກິດຄືນໃໝ່ເມື່ອມີເງື່ອນໄຂໃຫ້ອະນຸຍາດ. ຜູ້ວ່າການລັດ ວໍຊິງຕັນ ແລະ ກາລີຟອກເນຍ/ແຄລີຟໍເນຍ ແລະ ໂອເຣຢອນ ໄດ້ປະກາດວ່າ ພວມປຶກສາຫາລືແຜນການເພື່ອແນໃສ່ເປີດປະຕູເສດຖະກິດຄືນໃໝ່ຢູ່ບັນດາລັດນີ້ຢ່າງທັນທີ ພາຍຫຼັງທີ່ມີຄວາມປອດໄພຢ່າງຄົບຖ້ວນ ເພື່ອລົບລ້າງບັນດາຂໍ້ຈຳກັດຕ່າງໆ.
 (ແຫຼ່ງຄັດຈາກ VOV)


top