ວັນທີ 9 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ອາເມລິກາ ພວມໃກ້ຈະເຊື່ອມຕໍ່ການແບ່ງປັນຂ່າວລັບກັບ ຢູແກຼນຄືນໃໝ່.
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: USA Today/TTXVN)
ກ່ອນໜ້ານັ້ນ, ໃນອາທິດກ່ອນ ອາເມລິກາ ໄດ້ຢຸດຕິການຊ່ວຍເຫຼືອທາງການທະຫານ ແລະ ແບ່ງປັນຂ່າວກັບ ຢູແກຼນ. ພາຍຫຼັງການກະທຳຂອງ ອາເມລິກາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskyy ໄດ້ເຫັນດີເຊັນຂໍ້ຕົກລົງແຮ່ທາດກັບ ອາເມລິກາ ພ້ອມທັງສະແດງຄວາມພ້ອມທີ່ຈະເຂົ້າຮ່ວມການເຈລະຈາກັບ ລັດເຊຍ.
ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 9 ມີນາ, ທ່ານປະທານາທິບໍດີ Donald Trump ກໍ່ໃຫ້ຮູ້ວ່າ ທ່ານມີຄວາມຫວັງຕໍ່ໝາກຜົນທີ່ຕັ້ງໜ້າຈາກການເຈລະຈາລະຫວ່າງເຈົ້າໜ້າທີ່ອາເມລິກາ ແລະ ຢູແກຼນ, ຄາດວ່າຈະດຳເນີນໃນວັນທີ 10 ມີນາ ຢູ່ອາຣັບບິ ຊາອຸດິ. ການເຈລະຈາຄາດວ່າຈະສຸມໃສ່ປຶກສາຫາລືຂໍ້ຕົກລົງຢຸດຍິງລະຫວ່າງ ລັດເຊຍ ແລະ ຢູແກຼນ. ທ່ານປະທານາທິບໍດີ ອາເມລິກາ ເນັ້ນໜັກວ່າ ທ່ານເຊື່ອໝັ້ນວ່າ ຢູແກຼນຈະເຊັນຂໍ້ຕົກລົງແຮ່ທາດກັບ ອາເມລິກາ ແຕ່ສິ່ງສຳຄັນແມ່ນຢູແກຼນ ຢາກມີສັນຕິພາບ ແຕ່ປະເທດນີ້ຍັງບໍ່ທັນສະແດງຄວາມມຸ່ງຫວັງຂອງຕົນຢ່າງແທ້ຈິງ.