ຂ່າວສານ

ທ່ອງທ່ຽວຫວຽດນາມຂ່ຳນັບຮັບຕ້ອນກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ-ສປປ.ເກົາຫຼີ

ວັນທີ 25 ກຸມພາ, ຢູ່ຮ່າໂນ້ຍ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ຈັດການປະຊຸມຂ່າວປະກາດການກະກຽມຂອງ ຂະແໜງທ່ອງທ່ຽວຫວຽດນາມເພື່ອຮັບໃຊ້ແກ່ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ-ສປປ.ເກົາຫຼີ ແລະ ວຽກງານກະກຽມໃຫ້ແກ່ການ ໂຄສະນາການທ່ອງທ່ຽວຫວຽດນາມໂດຍຜ່ານເຫດການນີ້

ການປະຊຸມຂ່າວປະກາດການກະກຽມຂອງຂະແໜງທ່ອງທ່ຽວຫວຽດນາມເພື່ອຮັບໃຊ້ແກ່ກອງປະຊຸມສຸດຍອດອາເມລິກາ-ສປປ.ເກົາຫຼີ 

ເນື່ອງໃນເຫດການນີ້, ກົມໃຫຍ່ທ່ອງທ່ຽວຫວຽດນາມ ສົມທົບກັບກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວທີ່ສະຫງວນໃຫ້ແກ່ບັນດານັກຂ່າວສາກົນທີ່ມາເຄື່ອນໄຫວຢູ່ຫວຽດນາມ. ທ່ານ ວູ້ເຖບີງ, ຮອງປະທານຜູ້ປະຈຳການສະຫະສະມາຄົມທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ :

    “ສະຫະສະມາຄົມໂຮງແຮມໄດ້ຂົນຂວາຍບັນດາໂຮງແຮມຈົ່ງໃຫ້ການໜູນຊ່ວຍທີ່ດີທີ່ສຸດໃຫ້ແກ່ບັນດານັກຂ່າວມາເຄື່ອນໄຫວຢູ່ທີ່ນີ້. ສະມາຄົມອາຫານການກິນພວມຊຸກຍູ້ບັນດາພັດຕະຄານ ນຳສະເໜີບັນດາເຍື່ອງອາຫານທ້ອງຖິ່ນພິເສດຂອງຫວຽດນາມເພື່ອດຶງດູດແຂກ. ສ່ວນສະຫະສະມາຄົມຜູ້ນຳທ່ຽວ ກໍມີຜູ້ນຳທ່ຽວອາສາສະໝັກ ເພື່ອຮັບປະກັນການໜູນຊ່ວຍໃຫ້ແກ່ບັນດານັກຂ່າວສາກົນເມື່ອເຂົາເຈົ້າມີຄວາມຕ້ອງການທ່ຽວຊົມຮ່າໂນ້ຍ. ລະບົບທ່ອງທ່ຽວທັງໝົດຕ້ອງເຂົ້າຮ່ວມ, ຍາດແຍ່ງໂອກາດທີ່ດີນີ້ເພື່ອໂຄສະນາພາບພົດປະເທດຊາດ ແລະ ຊາວຫວຽດນາມ ”.

(ແຫຼ່ງຄັດຈາກ VOV)



top