ກິລາ

ທຽດບາ ລາກຖາວ

ມວຍພື້ນເມືອງ ຫວຽດນາມ ມີທ່າມວຍ ຫຼາຍທ່າທີ່ປະທັບໃຈ ໄດ້ສ້າງຂຶ້ນຈາກຊີວິດຕົວຈິງ ແລະ ການອອກແຮງງານໃນດ້ານ ກະສິກຳ. ເຄື່ອງມືຮັບໃຊ້ໃຫ້ການຜະລິດກະສິກຳ ຫຼາຍປະເພດ ຄື: ກ່ຽວ, ພ້າອີໂຕ້, ມີດ, ໄມ້ຄານ, ໄມ້ພາຍ ແລະ ອື່ນໆ ລ້ວນ ແຕ່ກາຍເປັນອາວຸດ ທີ່ມີປະໂຫຍດ ໃນການຕໍ່ສູ້ ປະຈັນບານ. ໃນຈຳນວນນີ້ ມີ ຄາດ (ເຄື່ອງມືຮັບໃຊ້ການຜະລິດກະສິກຳ)  ທີ່ ຊາວ ກະສິກອນ ຖືກນຳໃຊ້ ເປັນອາວຸດ ຊະນິດໜຶ່ງ ແລະ ເອົາ ໄປນຳໃນ ເວລາໄປເຮັດນາ ເພື່ອປ້ອງກັນຕົວ.

ມີຕໍານານເລົ່າວ່າ ໃນຂະນະກຳລັງເຮັດວຽກເທິງທົ່ງນາ, ຫຼັງຈາກ ໄດ້ຍິນ ຂ່າວວ່າ ມີພວກປຸ້ນ ເຂົ້າມາບ້ານ, ຊາວກະສິກອນ ຢູ່ໝູ່ ບ້ານ ເຕິນແຄ໋ງ ບ່າຈ່າ (ປັດຈຸບັນແມ່ນບ້ານ ເຕິນເຟືອກແຄ໋ງ, ເທດສະບານ ເຕິນອວຽນ, ແຂວງ ບິ່ງເຢືອງ) ໄດ້ນຳໃຊ້ຄາດ ເພື່ອ ຕໍ່ສູ້ ກັບພວກປຸ້ນ, ປົກປັກຮັກສາຄວາມສະຫງົບ, ຄວາມ ປອດໄພ ຂອງ ທຸກຄົນພາຍໃນບ້ານ. ນັບຕັ້ງແຕ່ນັ້ນເປັນ ຕົ້ນ ມາ, ຫຼາຍຄົນຈຶ່ງມີຄວາມສົນໃຈ ໃນການຮຽນ ແລະ ປະດິດ ຄິດສ້າງ ບັນດາ ທ່າມວຍ, ທ່າບຸກໂຈມຕີ ແລະ ທ່າປ້ອງກັນ ຕົວ ດ້ວຍ ຄາດ.

ປັດຈຸບັນ, ນິກາຍມວຍ ເຕິນແຄ໋ງ-ບ່າຈ່າ (ຍັງມີອີກຊື່ວ່າ ຕາຄາ ໂດ) ຍັງຮັກສາໄດ້ ທ່າມວຍ ໜຶ່ງທີ່ກ່ຽວຂ້ອງເຖິງເຄື່ອງຄາດ ທີ່ ມີຊື່ວ່າ “ທຽດບາ ລາກຖາວ” (ແປວ່າ ຄາດ ເຫຼັກ ເພື່ອຄາດ ຫຍ້າ).
    

ຮູບຊົງ ຄາດ ຈຳນວນໜຶ່ງ.


ບາງຈັງຫວະ ໃນການຂູດຫຍ້າ ຂອງ ຊາວກະສິກອນ ນຳໃຊ້ ຄາດ ໃນການອອກແຮງງານ.


ທ່າມວຍ “ ໂຮ່ຍເທີນ ຟາກຖາວ”.


ທ່າມວຍ “ຖາຍເຊີນ ກືດິງ”.


ທ່າມວຍ “ຫຼາວຈື ຕວາເທ້”.


ທ່າມວຍ “ຊ່າແຮ່ງ ເຍີບເຈີ້ນ”.


ທ່າມວຍ “ຊອງຫາກ ດັງເຊີນ”. .

“ທຽດບາ ລາກຖາວ” ແມ່ນທ່າມວຍ ໜຶ່ງຂຶ້ນກັບລະດັບຂັ້ນ ຂອງ ນິກາຍມວຍ, ມັນສະແດງອອກ ສ່ວນຫຼາຍໃນບັນດາ ທ່າຢືນ ແລະ ການເຄື່ອນຍ້າຍ ຢ່າງມີຈັງຫວະ, ໜັກແໜ້ນ. ບັນດາຈັງ ຫວະຄື: ທ່າຈັບຄາດ, ທ່າແບກຄາດ, ທ່າຂູດຫຍ້າ... ໃນທ່າ ມວຍ ໄດ້ສະແດງອອກມາໃຫ້ ເຫັນບັນດາຄຸນລັກສະນະ ສະ ເພາະ ຂອງ ຄາດ-ເຄື່ອງມື ຊະນິດໜຶ່ງຮັບໃຊ້ໃຫ້ແກ່ການຜະລິດ ດ້ານກະສິກຳ.

ຄາດ ຂຶ້ນກັບກຸ່ມອາວຸດ ມີດ້າມຍາວ, ເພາະສະນັ້ນ ມັນອາດ ສາມາດຕໍ່ສູ້ ກັບອາວຸດທຸກຊະນິດໄດ້. 


ສວຍໃຊ້ຮູບຊົງ ທີ່ມີຄຸນລັກສະນະສະເພາະ ຂອງ ຄາດ ເພື່ອ ສາມາດດຶງເອົາອາວຸດ ຂອງ ຄູ່ຕໍ່ສູ້ໄດ້. 


ການບຸກໂຈມຕີ ດ້ວຍຈັງຫວະ ປັກໃສ່ຫົວຄູ່ຕໍ່ສູ້.


ທຸກໆ ພາກສ່ວນ ຂອງ ຄາດ ອາດສາມາດໄດ້ນຳໃຊ້ເພື່ອ
ບຸກ ໂຈມຕີ ຫຼື ປ້ອງກັນຕົວໄດ້ຢ່າງມີປະສິດທິຜົນ.



ທ່າມວຍ “ຫຼາວຈື ຈອກຕຸກ”.


ຜູ້ນຳໃຊ້ ຄາດ ອາດສາມາດ ໂຈມຕີ ຄູ່ຕໍ່ສູ້ ໄດ້ຫຼາຍມູມ, ທັງຢູ່ ເທິງ ທັງຢູ່ລຸ້ມໄດ້.


ທ່າມວຍ “ຄວິນເທິນ ບາດທຽດ”.


ການນຳໃຊ້ ຄາດ ອາດສາມາດເອົາຊະນະ ອາວຸດຊະນິດ ຕ່າງໆ ໄດ້.


ທ່າມວຍ “ທຽດບາ ເຖື້ອງດິງ”.


ຄາດ ແມ່ນອາວຸດ ມີດ້າມຍາວ, ເພາະສະນັ້ນ ມັນອາດສາມາດ ຕໍ່ສູ້ ກັບອາວຸດຊະນິດຕ່າງໆ ຄື: ດາບ, ຄ້ອນຍາວ, ງ້າວ... ໄດ້.  
 
ບົດ ແລະ ພາບ: ເຊີນເຫງ້ຍ

top