ຂ່າວສານ

ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 207 ລ້ານ​ຄົນ, ຫວຽດ​ນາມ​ມີ 255.748 ກໍລະນີ

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 14 ສິງຫາ (ຕາມເວລາ UTC), ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 207 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,35 ລ້ານຄົນເສຍຊີວິດ.
ການປິ່ນປົວໃຫ້ແກ່ຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ຢູ່ ອາເມລິກາ (ພາບ: AFP/TTXVN)

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກກວ່າ 719.000 ຄົນ ແລະ ມີຫຼາຍກວ່າ 10.000 ຄົນເສຍຊີວິດ. ໃນນັ້ນ, ອາເມລິກາ ມີຈຳນວນຜູ້ຕິດເຊື້ອສູງສຸດ. ກ່ຽວກັບຈຳນວນຜູ້ເສຍຊີວິດ, ອິນໂດເນເຊຍ ຢັ້ງຢືນມີ 1.432 ຄົນ - ເຊິ່ງເປັນຕົວເລກສູງສຸດໃນໂລກ; ຖັດຈາກນັ້ນແມ່ນ ບຣາຊິນ, ລັດເຊຍ ແລະ ອາເມລິກາ.

        ຢູ່ ອາຊີ, 3 ປະເທດທີ່ມີຈຳນວນຜູ້ຕິດເຊື້ອລາຍໃໝ່ສູງສຸດພາຍໃນວັນ ແມ່ນ ອີຣານ, ອິນເດຍ ແລະ ອິນໂດເນເຊຍ. ສະພາບການໂລກລະບາດກໍພວມມີການຜັນແປຢ່າງສັບສົນຢູ່ ໄທ, ຍີ່ປຸ່ນ, ມາເລເຊຍ… ໃນ 24 ຊົ່ວໂມງຜ່ານມາ, ອາຊີ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຫຼາຍກວ່າ 280.000 ຄົນ ແລະ ມີ 4.679 ຄົນເສຍຊີວິດ.

      ສ່ວນຢູ່ຫວຽດນາມ, ນັບແຕ່ເມື່ອເກີດໂລກລະບາດໂຄວິດ-19 ມາຮອດປະຈຸບັນ, ຫວຽດນາມໄດ້ມີຜູ້ຕິດເຊື້ອ ໂຄວິດ-19 ທັງໝົດ 265.464 ກໍລະນີ, ໃນນັ້ນ ນັບແຕ່ເວລາ 18 ໂມງຂອງວັນທີ 13 ສິິງຫາ ຫາເວາລາ 18 ໂມງຂອງວັນທີ 14 ສິງຫາ ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 9.716 ຄົນ. ສະເພາະຢູ່ນະຄອນ ໂຮ່ຈີມິນ ມີ 4.231 ຄົນ. ມາຮອດປະຈຸບັນ ຫວຽດນາມໄດ້ປິ່ນປົວຫາຍດີໃຫ້ 96.985 ກໍລະນີແລ້ວ. ແລະ ປະຈຸບັນ ຫວຽດນາມສັກວັກຊິນກັນ ໂຄວິດ-19 ໃຫ້ປະຊາຊົນໄດ້ 13.256.472 ໂດສ ແລ້ວ.
(ແຫຼ່ງຄັດຈາກ VOV)

top