ຂ່າວສານ

ທົ່ວໂລກມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ກ່ວາ 1 ລ້ານຄົນ

      ອາເມລິກາ ສືບຕໍ່ແມ່ນປະເທດທີ່ມີຈຳນວນຜູ້ເສຍຊີວິດຫລາຍກ່ວາໝູ່ໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ-19 ແມ່ນ 7.361.186 ຄົນ ແລະ ມີ 209.774 ຄົນເສຍຊີວິດ

ທົ່ວໂລກມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ກ່ວາ 1 ລ້ານຄົນ (ພາບ: REUTERS)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດ 1 ໂມງ 30 ນາທີຂອງວັນທີ 29 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດແມ່ນ 33.541.703 ຄົນ, ໃນນັ້ນ ມີ 1.006.072 ຄົນເສຍຊີວິດ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃນປະຈຸບັນແມ່ນ 24.868.567 ຄົນ.
        ອາເມລິກາ ສືບຕໍ່ແມ່ນປະເທດທີ່ມີຈຳນວນຜູ້ເສຍຊີວິດຫລາຍກ່ວາໝູ່ໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ-19 ແມ່ນ 7.361.186 ຄົນ ແລະ ມີ 209.774 ຄົນເສຍຊີວິດ, ຖັດຈາກ ອາເມລິກາ ແມ່ນປະເທດ ອິນເດຍ, ບຣາຊິນ. 
 (ແຫຼ່ງຄັດຈາກ VOV)


top