ຂ່າວສານ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 447,7 ລ້ານຄົນ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 447,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6 ລ້ານຄົນ.

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 447,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6 ລ້ານຄົນ.

    

(ພາບປະກອບ: AFP/ TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 08 ມີນາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 447,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ, ມາຮອດປະຈຸບັນແມ່ນເກືອບ 81 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 985.500 ຄົນ; ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ. 7 ໃນຈຳນວນ 10  ປະເທດມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ຫຼາຍທີ່ສຸດທີ່ຍັງເຫຼືອແມ່ນຢູ່ບັນດາປະເທດເອີລົບຄື: ຝລັ່ງ, ອັງກິດ, ລັດເຊຍ, ເຢຍລະມັນ, ຕວກກີ, ອີຕາລີ ແລະ ແອັດສະປາຍ. ເອີລົບ ກໍ່ແມ່ນພາກພື້ນຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຜູ້ຕິດເຊື້ອພະຍາດກວ່າ 160,6 ລ້ານຄົນ, ຖັດຈາກນັ້ນແມ່ນ ອາຊີ, ອາເມລິກາເໜືອ…

ສ່ວນຢູ່ ຫວຽດນາມ, ວັນທີ 08 ມີນາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 162.435 ຄົນ, ໃນນັ້ນຜູ້ກັບມາຈາກຕ່າງປະເທດແມ່ນ 20 ຄົນ. ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິເກືອບ 71.000 ຄົນ, ຍົກຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິຂຶ້ນແມ່ນ 2.789.342 ຄົນ. ໃນວັນດຽວກັນ, ມີຜູ້ເສຍຊີວິດຍ້ອນໂລກລະບາດຕື່ມອີກ 86 ຄົນ.

(ແຫຼ່ງຄັດຈາກ VOV)


top