ຂ່າວສານ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 115 ລ້ານຄົນ

      ໄລ່ຮອດຕອນເຊົ້າວັນທີ 4 ມີນາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມຫຼາຍກວ່າ 115,4 ລ້ານຄົນ, ໃນນັ້ນ ມີກວ່າ 2,5 ລ້ານຄົນ ເສຍຊີວິດ. ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ, ອິນເດຍ, ບຣາຊິນ.
ປະຊາຊົນ ອິນໂດເນເຊຍ ໄດ້ຮັບການສັກວັກຊິນ (ພາບ: TTXVN)
      ຢູ່ພາກພື້ນ ອາຊີ, ປະເທດ ໄທ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ຕື່ມອີກ 35 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຂຶ້ນເປັນ 26.108 ຄົນ, ໃນນັ້ນ ມີ 84 ຄົນ ເສຍຊີວິດ.
        ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ, ແກ້ໄຂການລະບາດ ຂອງພະຍາດ COVID-19 ຂອງ ລາວ ໃຫ້ຮູ້ວ່າ ລາວ ນີ້ ສືບຕໍ່ບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່. ໄລ່ມາຮອດປັດຈຸບັນ, ລາວ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 45 ຄົນ, ໃນນັ້ນ ມີ 42 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ.
        ຢູ່ ກຳປູເຈຍ, ປະຊາຊົນ ກຳປູເຈຍ ຢູ່ນະຄອນຫຼວງ ພະນົມເປັນຫຼາຍກວ່າ 10.000 ຄົນ ພວມປະຕິບັດການແຍກຕົວ ແລະ ປິ່ນປົວ, ໃນສະພາບການທີ່ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ປະເທດນີ້ ສືບຕໍ່ເພີ່ມຂຶ້ນໃນແຕ່ລະມື້.
        ໃນຂະນະນັ້ນ, ອົດສະຕາລີ ຈະສືບຕໍ່ປິດປະຕູຊາຍແດນແຫ່ງຊາດ ຢ່າງໜ້ອຍຕື່ມອີກ 3 ເດືອນ. ສ່ວນຢູ່ພາກພື້ນ ເອີຣົບ, ຈຳນວນຜູ້ຕ້ອງເຂົ້າໂຮງໝໍຍ້ອນໂລກລະບາດໂຄວິດ - 19 ໃນ 24 ຊົ່ວໂມງຜ່ານມາ ຢູ່ ຢູແກຼນ ໄດ້ເພີ່ມຂຶ້ນໃນລະດັບສູງສະຖິຕິ ດ້ວຍ 3.486 ຄົນ, ໃນຂະນະທີ່ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວ ຍັງຢູ່ໃນລະດັບສູງ.
(ແຫຼ່ງຄັດຈາກ VOV)


top