ຂ່າວສານ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 208,6 ລ້ານຄົນ

      ຕາມເວັບໄຊສະຖິຕິ  worldometers.infoແລ້ວ, ນັບແຕ່ເວລາ 1 ໂມງຂອງວັນທີ 17 ສິງຫາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 208,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 4,4 ລ້ານຄົນ.
ພາບປະກອບ: THX/TTXVN
      ປັດຈຸບັນ, ອາເມລິກາມີຈຳນວນຜູ້ຕິດເຊື້ອທັງໝົດແມ່ນກ່ວາ 37,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 638.728 ຄົນ. ອິນເດຍຢຶນຢູ່ອັນດັບທີ 2 ກ່ຽວກັບຈຳນວນຜູ້ຕິດເຊື້ອ, ປັດຈຸບັນແມ່ນ 32,25 ລ້ານຄົນ, ໃນຂະນະນັ້ນ ບຣາຊິນ ຢຶນອັນດັບທີ 2 ກ່ຽວກັບຈຳນວນຜູ້ເສຍຊີວິດ, ແມ່ນ 569.581 ຄົນ.
(ແຫຼ່ງຄັດຈາກ VOV)


top