ຂ່າວສານ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 12 ລ້ານຄົນ

      ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 3.158.783 ຄົນ ແລະ ມີຜູ້ເສຍຊີວິດ 134.857 ຄົນ. 

(ພາບປະກອບ / thoibaotaichinhvietnam.vn)
      ຕາມເວັບໄຊສະຖິຕິທົ່ວໂລກ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 09 ກໍລະກົດ ຕາມເວລາ ຫວຽດນາມ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 12.155.454 ຄົນ, ໃນນັ້ນ ມີຜູ້ເສຍຊີວິດ 551.187 ຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 7.025.169 ຄົນ.
        ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 3.158.783 ຄົນ ແລະ ມີຜູ້ເສຍຊີວິດ 134.857 ຄົນ. ຖັດຈາກ ອາເມລິກາ ແມ່ນ ບຣາຊິນ, ລັດເຊຍ ແລະ ເມັກຊີໂກ.
 (ແຫຼ່ງຄັດຈາກ VOV)
 


top