ຂ່າວສານ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 98 ລ້ານຄົນ

      ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ກວ່າ 98 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 2 ລ້ານຄົນ.
(ພາບປະກອບ: THX/TTXVN)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 22 ມັງກອນ ຕາມເວລາ UTC, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ກວ່າ 98 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 2 ລ້ານຄົນ.
ປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງແມ່ນ  ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດແມ່ນ 419.793 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 25.178.628 ຄົນ. ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.
ວັນທີ 21 ມັງກອນ, ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ລົງນາມໃນລັດຖະດຳລັດ 10 ສະບັບ, ລວມມີການຮັດກຸ້ມຂໍ້ກຳນົດຕ້ອງໃຊ້ຜ້າອັດປາກ-ອັດດັງ ແລະ ອອກຄຳສັ່ງແຍກຕົວຕໍ່ຜູ້ທີ່ເດີນທາງມາອາເມລິກາ ຜ່ານທາງອາກາດ.
(ແຫຼ່ງຄັດຈາກ VOV)

top