ຂ່າວສານ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 500 ລ້ານຄົນ

ໄລ່ຮອດຕອນເຊົ້າວັນທີ 13 ເມສາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 500 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6,2 ລ້ານຄົນ.
  (ແຫຼ່ງຄັດຈາກ VOV)  

 ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 13 ເມສາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 500 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6,2 ລ້ານຄົນ.

ເອີລົບ ແມ່ນພາກພື້ນຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ດ້ວຍຈຳນວນຜູ້ຕິດເຊື້ອພະຍາດກວ່າ 184,5 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 1,7 ລ້ານຄົນ. ຖັດຈາກນັ້ນແມ່ນ ອາຊີ; ພາກພື້ນອາເມລິກາເໜືອ ຢືນອັນດັບທີ 3; ບັນດາປະເທດຕໍ່ໄປແມ່ນ ອາເມລິກາໃຕ້, ອາຟະລິກາ, ທະວີບໂອເຊອານີ. ໄລ່ຕາມປະເທດ ແລະ ເຂດແຄວ້ນແລ້ວ, ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໃຫຍ່ຫຼວງທີ່ສຸດໃນໂລກ.

ສ່ວນຢູ່ ຫວຽດນາມ, ພາຍຫຼັງທີ່ອົງການອະນາໄມໂລກ ແຈ້ງໃຫ້ຊາບວ່າ ພວມຕິດຕາມບາງກໍລະນີຕິດທີ່ໄວຣັດແຊງ BA.4 ແລະ BA.5 ຂອງ Omicron, ກົມການແພດປ້ອງກັນຂອງ ຫວຽດນາມ ໃຫ້ຮູ້ວ່າ, ຫວຽດນາມ ຍັງບໍ່ທັນກວດພົບໄວຣັດແຊງດັ່ງກ່າວເທື່ອ.


top