ຂ່າວສານ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 31,7 ລ້ານຄົນ

 ໄລ່ຮອດເວລາ 1 ໂມງຂອງວັນທີ 23 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 31,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 974.599 ຄົນ.


ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 31,7 ລ້ານຄົນ

(ພາບ: AP)


ຕາມເວັບໄຊສະຖິຕິທົ່ວໂລກ worldometers.info, ໄລ່ຮອດເວລາ 1 ໂມງຂອງວັນທີ 23 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 31,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 974.599 ຄົນ.

          ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ, ດ້ວຍຈຳນວນຜູ້ຕິດພະຍາດໂຄວິດ-19 ກວ່າ 7 ລ້ານຄົນ ແລະ ມີຜູ້ເສຍຊີວິດ 205.448 ຄົນ. ຖັດຈາກນັ້ນແມ່ນອິນເດຍມີຜູ້ຕິດເຊື້ອ ກວ່າ 5,64 ລ້ານຄົນ ແລະ ມີຜູ້ເສຍຊີວິດ 90.000 ຄົນ. ຢືນອັນດັບທີ 3 ແມ່ນບຣາຊິນ ມີຜູ້ຕິດເຊື້ອກວ່າ 4,59 ລ້ານຄົນ ແລະ ມີຜູ້ເສຍຊີວິດ 138.159 ຄົນ.

          ຢູ່ຕາເວັນອອກກາງ ແລະ ອາຟະລິກາ, ອີຣານ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 3.721 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດພະຍາດໂຄວິດ-19 ຢູ່ປະເທດນີ້ຂຶ້ນເປັນ 429.193 ຄົນ, ໃນນັ້ນມີຜູ້ເສຍຊີວິດ 24.656 ຄົນ. ໃນຂະນະນັ້ນ, ລັດຖະບານອິດສະຣາແອັນ ໄດ້ຮັບຮອງເອົາແຜນການອະນຸຍາດໃຫ້ຜັນຂະຫຍາຍບັນດາມາດຕະການໜູນຊ່ວຍທາງດ້ານເສດຖະກິດ ແລະ ຜູ້ອອກແຮງງານທີ່ຖືກຜົນເສຍຫາຍຍ້ອນມາດຕະການຈຳກັດບໍລິເວນໃນທົ່ວປະເທດເພື່ອແນໃສ່ສະກັດກັ້ນການແຜ່ລະບາດຈາກໂລກລະບາດໂດຍທັນທີ.

(ແຫຼ່ງຄັດຈາກ VOV)


top