ຂ່າວສານ

ທົ່ວໂລກມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 19,5 ລ້ານຄົນ ແລະ ມີຜູ້ເສຍຊີວິດເກືອບ 723.000 ຄົນ

      ປັດຈຸບັນ, ໂລກລະບາດ Covid – 19 ໄດ້ສ້າງຜົນສະທ້ອນໂດຍກົງເຖິງ 213 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ.
             ເວັບໄຊສະຖິຕິທົ່ວໂລກ Worldometer ໄດ້ອັບເດດສະພາບການໂລກລະບາດ Covid – 19 ໃນເວລາ 23 ໂມງ 32 ນາທີໃນວັນທີ7 ສິງຫາ (ຕາມເວລາ UTC) ໂດຍໃຫ້ຮູ້ວ່າ: ທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ເກືອບ19.514.000 ຄົນ,ໃນນັ້ນ ມີຜູ້ເສຍຊີວິດ 722.779 ຄົນ.
        ສະນັ້ນພາຍຫຼັງຮອບເວລາ 24 ຊົ່ວໂມງ, ທົ່ວໂລກໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກແມ່ນ 264.470 ຄົນ ແລະ ມີຜູ້ເສຍຊີວິດໃໝ່ຕື່ມອີກແມ່ນ 6.043 ຄົນ.
        ຕາມຂໍ້ມູນຫຼ້າສຸດຂອງ Worldometer ແລ້ວ, ອາເມລິກາ, ບຣາຊິນ, ອິນເດຍ, ລັດເຊຍ ຍັງແມ່ນບັນດາປະເທດມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍທີ່ສຸດໃນໂລກ.
        ປັດຈຸບັນ, ໂລກລະບາດ Covid – 19 ໄດ້ສ້າງຜົນສະທ້ອນໂດຍກົງເຖິງ 213 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ.
(ແຫຼ່ງຄັດຈາກ VOV)

top