ຂ່າວສານ

ທົ່ວສັງ​ຄົມ ​ເບິ່ງ​ແຍງ​ດູ​ແລ​, ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີຕໍ່​ປະ​ເທດ​ຊາດ

ປີ 2022, ຄົບຮອບ 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ເຊິ່ງແມ່ນວັນສະແດງຄວາມຮູ້ບຸນຄຸນ, ອາໄລຫາຄຸນງາມຄວາມດີຂອງນັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະໄດ້ອຸທິດສ່ວນເພື່ອເອກະລາດ, ເສລີພາບ ແລະ ການທ້ອນໂຮມປະເທດຊາດເປັນເອກະພາບ, ເພື່ອຄວາມຜາສຸກຂອງປະຊາຊົນ. ບັນດາການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນ, ອາໄລຫາໄດ້ຈັດຂຶ້ນຢູ່ທຸກທ້ອງຖິ່ນໃນຊຸມວັນນີ້, ໂດຍມີການເຂົ້າຮ່ວມຂອງການນຳຂັ້ນສູງຂອງພັກ, ລັດ ຫວຽດນາມ ອັນໄດ້ເປັນການຢັ້ງຢືນຄວາມສຳຄັນຂອງວຽກງານທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄວາມເອົາໃຈໃສ່ຂອງພັກ, ລັດ ຕໍ່ທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ.

ປີ 2022, ຄົບຮອບ 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ເຊິ່ງແມ່ນວັນສະແດງຄວາມຮູ້ບຸນຄຸນ, ອາໄລຫາຄຸນງາມຄວາມດີຂອງນັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະໄດ້ອຸທິດສ່ວນເພື່ອເອກະລາດ,  ເສລີພາບ ແລະ ການທ້ອນໂຮມປະເທດຊາດເປັນເອກະພາບ, ເພື່ອຄວາມຜາສຸກຂອງປະຊາຊົນ. ບັນດາການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນ, ອາໄລຫາໄດ້ຈັດຂຶ້ນຢູ່ທຸກທ້ອງຖິ່ນໃນຊຸມວັນນີ້, ໂດຍມີການເຂົ້າຮ່ວມຂອງການນຳຂັ້ນສູງຂອງພັກ, ລັດ ຫວຽດນາມ ອັນໄດ້ເປັນການຢັ້ງຢືນຄວາມສຳຄັນຂອງວຽກງານທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄວາມເອົາໃຈໃສ່ຂອງພັກ, ລັດ ຕໍ່ທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ.

    

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ

ຜ່ານ 50 ກ່ວາປີແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປົກປັກຮັກສາປະເທດຊາດ ແລະ ປະຕິບັດໜ້າທີ່ສາກົນ, ມີນັກຮົບກ່ວາ 1 ລ້ານຄົນ ໄດ້ເສຍສະຫຼະຊີວິດເພື່ອພື້ນຖານເອກະລາດ ແຫ່ງຊາດ. ຄາວຍັງມີຊີວິດຢູ່ນັ້ນ, ປະທານໂຮ່ຈີມິນ ເຄີຍຕັກເຕືອນວ່າ: “ເລືອດເນື້ອຂອງນັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດໄດ້ເຮັດໃຫ້ທຸງປະຕິວັດຍິ່ງແດງຂຶ້ນຕື່ມ. ການເສຍສະຫຼະຊີວິດທີ່ອົງອາດກ້າຫານຂອງນັກຮົບເສຍສະຫຼະຊີວິດ ເພື່ອຊາດໄດ້ກະກຽມໃຫ້ແກ່ປະເທດຊາດຍາດໄດ້ເອກະລາດ ແລະ ເສລີພາບ”

ນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີນັບມື້ນັບໄດ້ປັບປຸງໃຫ້ສົມບູນແບບ

ນັບແຕ່ລັດຖະດຳລັດສະບັບເລກທີ 20 ໂດຍປະທານໂຮ່ຈີມິນ ເຊັນປະກາດໃຊ້ໃນວັນທີ 16 ກຸມພາ ປີ 1947 “ກຳນົດມອບເບ້ຍບຳນານ, ການເຈັບເປັນ ແລະ ເງິນເສຍຊີວິດ” ມາຮອດປັດຈຸບັນ, ບັນດາທັດສະນະພື້ນຖານໃນແນວຄິດຂອງເພິ່ນກ່ຽວກັບວຽກງານກ່ຽວກັບທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດນັ້ນ, ພັກ, ລັດໄດ້ ຫັນເປັນນະໂຍບາຍ, ກົດໝາຍບຸລິມະສິດສຳລັບ ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຢ່າງລະອຽດ. ປັດຈຸບັນ, ບັນດານະໂຍບາຍໄດ້ປະຕິບັດເປັນເອກະພາບໃນທົ່ວປະເທດ. ສິ່ງນີ້ໄດ້ປະກອຍສ່ວນສ້າງຄວາມເຫັນດີເປັນພ້ອມ, ຍົກສູງສະຕິຄວາມຮັບຮູ້ຂອງທົ່ວສັງຄົມ ພ້ອມກັບ ລັດ ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ.

ພາຍຫຼັງປະຕິບັດມາໄດ້ 75 ປີແຫ່ງວັນປະຕິບັດ, ບັນດານະໂຍບາຍ, ລະບອບບຸລິມະສິດຕໍ່ຜູ້ມີຄຸນງາມຄວາມດີ ຕໍ່ການປະຕິວັດ ແລະ ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ໄດ້ເພີ່ມເຕີມ ແລະ ປັບປຸງໃຫ້ເໝາະສົມກັບເງື່ອນໄຂເສດຖະກິດ - ສັງຄົມຂອງປະເທດຊາດໃນແຕ່ລະສະໄໝ. ມາຮອດປັດຈຸບັນ, ຫວຽດນາມມີຜູ້ມີຄຸນງາມຄວາມດີກ່ວາ 9,2 ລ້ານຄົນ, ລວມມີພະນັກງານ ປະຕິວັດຜູ້ອາວຸໂສ, ພະນັກງານໄລຍະກ່ອນການລຸກຮື້ຂຶ້ນ, ແມ່ຫວຽດນາມວິລະຊົນ, ວິລະຊົນປະກອບອາວຸດປະຊາຊົນ, ວິລະຊົນແຮງງານ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ…ໄດ້ຊົມໃຊ້ລະບອບ, ນະໂຍບາຍບຸລິມະສິດ. ນອກຈາກລະບົບອຸດໜູນແລ້ວ, ພັກ ແລະ ລັດ ຍັງເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ ດ້ວຍບັນດານະໂຍບາຍລະອຽດ, ຄືເບິ່ງແຍງດູແລສຸຂະພາບ, ໃຫ້ບຸລິມະສິດມອບທີ່ດິນທຳການຜະລິດ, ໜູນຊ່ວຍການປົວແປງດ້ານເຮືອນຢູ່, ດິນປຸກສ້າງ, ບັນດາໂຄງການສິດສອນວິຊາຊີບ, ສ້າງວຽກເຮັດງານທຳ…

ວຽກງານວາງແຜນກຳນົດ, ລົງທຶນ, ລະດັບບັນດາຮາກຖານເບິ່ງແຍງດູແລ, ປິ່ນປົວໃຫ້ຜູ້ມີຄຸນງາມຄວາມດີ ນັບມື້ນັບໄດ້ຮັບຄວາມເອົາໃຈໃສ່. ປັດຈຸບັນ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມໄດ້ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ພິຈາລະນາຮັບຮອງເອົາການວາງແຜນກຳນົດເຄືອຂ່າຍບັນດາຮາກຖານສັງຄົມລ້ຽງດູ,  ປິ່ນປົວເບິ່ງແຍງໃຫ້ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນໄລຍະ 2021 – 2030, ວິໄສທັດຮອດປີ 2050 ເພື່ອແນໃສ່ສ້າງລະບົບຮາກຖານທີ່ມີຂອບຂະໜາດຢ່າງພຽງພໍ, ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການລ້ຽງດູ, ເບິ່ງແຍງຜູ້ມີຄຸນງາມຄວາມດີ, ຮັບປະກັນໃຫ້ຜູ້ມີຄຸນງາມຄວາມດີໄດ້ຊົມໃຊ້ການບໍລິການເບິ່ງແຍງດູແລນັບທັງດ້ານວັດຖຸ ແລະ ຈິດໃຈຢ່າງຮອບດ້ານ. ຕີລາຄາກ່ຽວກັບນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

75 ປີຜ່ານມາ, ພວກເຮົາໄດ້ລະດົມແຫຼ່ງກຳລັງອັນໃຫຍ່ຫຼວງຂອງລັດ ແລະ ປະຊາຄົມເພື່ອປະຕິບັດຫຼາຍໂຄງການທີ່ມີຄວາມໝາຍຄື: ເຮືອນແຫ່ງຄວາມຮັກ, ກອງທຶນສະແດງຄວາມຮູ້ບຸນຄຸນ…ບັນດາການເຄື່ອນໄຫວນີ້ສະແດງໃຫ້ເຫັນນ້ຳໃຈ, ຄວາມຮັບຜິດຊອບ, ນຳມາເຊິ່ງປະສິດທິຜົນອັນໃຫຍ່ຫຼວງທາງດ້ານການເມືອງສັງຄົມ, ວຽກງານ “ຕອບບຸນແທນຄຸນ”, ເບິ່ງແຍງດູແລ, ຍົກສູງຊີວິດການເປັນຢູ່ຂອງບັນດາຄອບຄົວຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ໄດ້ສ້າງກຳລັງແຮງສາມັກຄີທົ່ວສັງຄົມ. ຜ່ານນັ້ນ, ປຸກລຸກນ້ຳໃຈຮັກຊາດ, ປັບປຸງພື້ນຖານມະຫາສາມັກຄີທົ່ວປວງຊົນທັງຊາດ.

ຮ່ວມແຮງຮ່ວມໃຈເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ

ໃນບົດກ່າວປາໄສຢູ່ງານໂຮມຊຸມນຸມມິດຕິງ, ພົບປະກັບຜູ້ມີຄຸນງາມຄວາມດີເນື່ອງໃນໂອກາດລະນຶກເຖິງ 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ການນຳພັກ, ລັດ ລ້ວນແຕ່ເນັ້ນໜັກວ່າ ການເບິ່ງແຍງດູແລທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວທະຫານເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີແມ່ນຄວາມເປັນກຽດ, ຄວາມຮັບຜິດຊອບຂອງທຸກຂັ້ນ, ທຸກຂະແໜງການ, ອົງການຈັດຕັ້ງການເມືອງ - ສັງຄົມ ແລະ ຂອງປະຊາຊົນໝົດທຸກຄົນ. ໃນໄລຍະຈະມາເຖິງ, ທົ່ວປະເທດຈະສືບຕໍ່ປະຕິບັດນະໂຍບາຍໃຫ້ບຸລິມະສິດຕໍ່ຜູ້ມີຄຸນງາມຄວາມດີໃຫ້ເປັນຢ່າງດີ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານ ດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:

ທຸກຂັ້ນ, ທຸກຂະແໜງການສືບຕໍ່ຜັນຂະຫຍາຍປະຕິບັດບັນດານະໂຍບາຍໃຫ້ບຸລິມະສິດຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຢ່າງຖືກຕ້ອງ, ຄົບຖວ້ນ ແລະ ທັນການ, ພິເສດແມ່ນເອົາໃຈໃສ່ຕໍ່ຄອບຄົວຜູ້ມີຄຸນງາມຄວາມດີທີ່ຍັງປະສົບກັບຄວາມຫຍຸ້ງຍາກໃນການດຳລົງຊີວິດ, ເພີ່ມທະວີການລົງທຶນພື້ນຖານວັດຖຸ, ໜູນຊ່ວຍການບຳລຸງສ້າງວິຊາຊີບ, ແກ້ໄຂບັນຫາວຽກເຮັດງານທຳໃຫ້ພໍ່ແມ່ພີ່ນ້ອງຄອບຄົວຜູ້ມີຄຸນງາມຄວາມດີ, ເອົາໃຈໃສ່ເບິ່ງແຍງດູແລດ້ານການແພດໃຫ້ເປັນປະຈຳ, ຮັບປະກັນສຸຂະພາບໃຫ້ຜູ້ມີຄຸນງາມຄວາມດີ ແລະ ຄອບຄົວ. ສືບຕໍ່ຍູ້ແຮງການຄົ້ນຫາ, ທ້ອນໂຮມອັດຖີ ແລະ ຢັ້ງຢືນລາຊື່ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ສືບຕໍ່ນຳບັນດາຂະບວນການ “ຕອບບຸນແທນຄຸນ”, “ທົ່ວປວງຊົນເບິ່ງແຍງດູແລບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ” ໃຫ້ກາຍເປັນການເຄື່ອນໄຫວປະຈຳໃນສັງຄົມ.

ຢູ່ ຫວຽດນາມ, ວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດມີຄວາມໝາຍທາງສັງຄົມຢ່າງເລິກເຊິ່ງ. ວຽກງານຮ່ວມແຮງຮ່ວມໃຈເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ ແລະ ຄອບຄົວເຂົາເຈົ້າໄດ້ສະແດງໃຫ້ເຫັນຄວາມເຄົາລົບຂອງ ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ຜູ້ທີ່ໄດ້ເສຍສະຫຼະຊີວິດ, ອຸທິດສ່ວນເພື່ອເອກະລາດ, ຄວາມເສລີພາບ, ທ້ອນໂຮມປະເທດຊາດເປັນເອກະພາບ, ເພື່ອຄວາມຍືນຍົງຄົງຕົວຂອງຊາດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top