ຂ່າວສານ

ທົ່ວສັງຄົມຮ່ວມແຮງຮ່ວມໃຈໜູນຊ່ວຍຄູອາຈານເຂດຊາວເຜົ່າສ່ວນໜ້ອຍ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ພົບປະກັບຄູອາຈານດີເດັ່ນ 63 ຄົນເຊິ່ງແມ່ນຊາວເຜົ່າສ່ວນໜ້ອຍ.


ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມກ່າວຄຳເຫັນທີ່ການພົບປະ

(ພາບ: TTXVN)


ຕອນເຊົ້າວັນທີ 16 ພະຈິກ, ຢູ່່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ພົບປະກັບຄູອາຈານດີເດັ່ນ 63 ຄົນເຊິ່ງແມ່ນຊາວເຜົ່າສ່ວນໜ້ອຍທີ່ໄດ້ຮັບການຍ້ອງຍໍ, ເຊີດຊູໃນລາຍການ “ແບ່ງປັນພ້ອມກັບຄູອາຈານ” ປີ 2020 ເຊິ່ງຈະດຳເນີນໃນຕອນຄ່ຳວັນທີ 17 ພະຈິກ.

        ເມື່ອຮັບຟັງຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາຂອງບັນດາຄູອາຈານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ ຈະຂົນຂວາຍທຸກຂັ້ນ, ທຸກຂະແໜງການ ແລະ ທົ່ວສັງຄົມຮ່ວມແຮງຮ່ວມໃນໜູນຊ່ວຍ, ປັບປຸງເງື່ອນໄຂພື້ນຖານວັດຖຸ, ການດຳລົງຊີວິດທາງດ້ານວັດທະນະທຳ, ຈິດໃຈຂອງຄູອາຈານເຂດຫ່າງໄກຊອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ. ທ່ານຮອງນາຍົກລັດຖະມົນຕີປາດຖະໜາວ່າ, ບັນດາຄູອາຈານໄດ້ຮັບການຍ້ອງຍໍຊົມເຊີຍໃນຄັ້ງນີ້ ສືບຕໍ່ເປັບແບບຢ່າງໃນຂະແໜງສຶກສາ, ຢຶດໝັ້ນໃນການຂົນຂວາຍຊາວເຜົ່າສ່ວນໜ້ອຍພາລູກຫຼານໄປໂຮງຮຽນ, ສືບຕໍ່ການຮ່ຳຮຽນ.

(ແຫຼ່ງຄັດຈາກ VOV)


top