ແຕ່ວັນທີ 07 – 14 ກຸມພາ, ບັນດາແຂວງ, ນະຄອນໃນທົ່ວປະເທດໄດ້ໜູນຊ່ວຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວກວ່າ 5.550 ຫຼັງ, ຍົກຈຳນວນເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວໄດ້ລົບລ້າງຂຶ້ນເປັນ 106.189 ຫຼັງ.
ທົ່ວປະເທດໄດ້ໜູນຊ່ວຍລົບລ້າງຢູ່ຊົ່ວຄາວ, ເຮືອນຮົ່ວ (ພາບ: TTXVN)
ຕາມຂໍ້ມູນຈາກກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລ້ວ, ແຕ່ວັນທີ 07 – 14 ກຸມພາ, ບັນດາແຂວງ, ນະຄອນໃນທົ່ວປະເທດໄດ້ໜູນຊ່ວຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວກວ່າ 5.550 ຫຼັງ, ຍົກຈຳນວນເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວໄດ້ລົບລ້າງຂຶ້ນເປັນ 106.189 ຫຼັງ.
ໃນໄລຍະຜ່ານມາ, ບັນດາທ້ອງຖິ່ນໄດ້ຜັນຂະຫຍາຍຫຼາຍໂຄງການ, ການເຄື່ອນໄຫວຢ່າງມີໄຫວພິບ, ປະດິດຄິດສ້າງ ເພື່ອຜັນຂະຫຍາຍ “ການຮ່ວມແຮງຮ່ວມໃຈລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວໃນບໍລິເວັນປີ 2025”, ມານະພະຍາຍາມປະຕິບັດສຳເລັດໄວກວ່າເມື່ອທຽບໃສ່ເປົ້າໝາຍທີ່ໄດ້ວາງອອກໃນປີນີ້. ໃນນັ້ນ, ແຂວງ ບິ່ງດິ້ງ ພວມຍູ້ໄວຄວາມຄືບໜ້າເພື່ອປະຕິບັດການລົບລ້າງຢູ່ຊົ່ວຄາວ, ເຮືອນຮົ່ວໃຫ້ສຳເລັດ ເພື່ອຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍແຂວງ (31 ມີນາ 1975 – 31 ມີນາ 2025) ແລະ ຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ 21. ທ່ານ ໂຮ່ກວັກຢຸງ, ເລຂາຄະນະພັກແຂວງ ບິ່ງດິ້ງ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ລະດົມກຳລັງແຮງສັງລວມຂອງທັງລະບົບການເມືອງເຂົ້າຮ່ວມ, ພ້ອມກັບແຫຼ່ງກຳລັງຂອງລັດ, ຂອງວິສາຫະກິດ, ຂອງສັງຄົມ, ການປະກອບສ່ວນຂອງບັນດາໝູ່ຄະນະ, ປະຊາຊົນເຂົ້າຮ່ວມ. ການນຳແຂວງຕັດສິນໃຈປຸກລະດົມຈຸດສຸມ, ພ້ອມກັນເລີ່ມລົງມືກໍ່ສ້າງ, ປະຕິບັດສຳເລັດການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວໃຫ້ແກ່ຄອບຄົວທຸກຍາກ, ກໍ່ຄືຊ້ອມແປງເຮືອນຢູ່ໃຫ້ແກ່ຄອບຄົວນະໂຍບາຍ”.