ຂ່າວສານ

ທຸງ​ຊາດ ​ຫວຽດ​ນາມ ປິວສະ​ບັດຢູ່ ASEAN Para Games 2022

ຕອນບ່າຍວັນທີ 27 ກໍລະກົດ, ຄະນະນັກກິລາຄົນພິການ ຫວຽດນາມ ພ້ອມກັບ 10 ຄະນະນັກກິລາປະເທດອື່ນ ໄດ້ມີໜ້າຢູ່ເຂດກິລາ ປະສົມ Manahan ຂອງ ອິນໂດເນເຊຍ ເພື່ອເຂົ້າຮ່ວມພິທີຊັກທຸງ ງານມະຫາກຳກິລາຄົນພິການ ອາຊີຕາເວັນອອກສ່ຽງໃຕ້ (ASEAN Para Games) ຄັ້ງທີ 11.

ຄະນະນັກກິລາຄົນພິການ ຫວຽດນາມ ເຂົ້າຮ່ວມພິທີຊັກທຸງຂຶ້ນເສົາ ASEAN Para Games ຄັ້ງທີ 11

ນະທີ່ນີ້, ທຸງຊາດຫວຽດນາມ ພ້ອມກັບທຸງຊາດຂອງ10 ປະເທດອາຊຽນ (ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ຕີມໍ ແລັດສະເຕ ແລະ ໄທ) ໄດ້ຊັກຂຶ້ນເສົາຕາມລຳດັບຢູ່ນະຄອນ Surakarta. ໂດຍຈັດຕັ້ງແຕ່ວັນທີ 30 ກໍລະກົດ ຫາວັນທີ 6 ສິງຫາ ຢູ່ນະຄອນ Surakarta, ເຫດການນີ້ລວມມີ ກິລາ 14 ປະເພດ ດ້ວຍ 907 ເນື້ອໃນແຂ່ງຂັນ, ມີການເຂົ້າຮ່ວມຂອງນັກກິລາ 1.648 ຄົນ. ຄະນະນັກກິລາຄົນພິການ ຫວຽດນາມ ມີສະມາຊິກ 153 ຄົນ, ໃນນັ້ນມີນັກກິລາ 120 ຄົນ ແລະ ຈະເຂົ້າຮ່ວມການແຂ່ງຂັນກິລາຢູ່ 8/14 ປະເພດ (ລວມມີ: ແລ່ນ ແລະ ລານ, ລອຍນ້ຳ, ຍົກນ້ຳໜັກ, ຕີດອກປີກໄກ່, ປິງປ້ອງໝາກເສິກ, ຢູໂດ, ຍິງທະນູ ) ແລະ ສູ້ຊົນໃຫ້ໄດ້ມີໜ້າໃນກຸ່ມນຳໜ້າງານມະຫາກຳກິລາ ດ້ວຍຄາດໝາຍຜົນງານທີ່ວາງອອກແມ່ນ ໄດ້ຫຼຽນຄຳແຕ່ 35 – 40 ຫຼຽນ.

(ແຫຼ່ງຄັດຈາກ VOV)

top