ຂ່າວສານ

ທຸກໆໂຮງໝໍຢູ່ນະຄອນໂຮ່ຈີມິນ ຜັນຂະຫຍາຍການແຈ້ງອາການສຸຂະພາບແບບເອເລັກໂຕນິກ

      ຕາມແຜນການແລ້ວ, ຄາດວ່າຮອດວັນທີ 15 ມີນາ ປີ 2021, ພະແນກສາທາລະນະສຸກຈະຜັນຂະຫຍາຍການແຈ້ງອາການສຸຂະພາບທາງເອເລັກໂຕນິກໄປຍັງທຸກໆ ຄລີນິກຫຼາຍຂະແໜງ ແລະ ສຸກສາລາ ໃນບໍລິເວນນະຄອນ.
 
ແນະນຳໃຫ້ຄົນເຈັບແຈ້ງອາການສຸຂະພາບທາງເອເລັກໂຕນິກ (ພາບ: tuoitre.vn)      
      ໄລ່ຮອດວັນທີ 3 ມີນາ, ໂຮງໝໍ 130 ແຫ່ງ ຂອງ ລັດ ແລະ ເອກະຊົນ ໃນບໍລິເວນນະຄອນໂຮ່ຈີມິນ ທັງໝົດ ໄດ້ຜັນຂະຫຍາຍການແຈ້ງອາການສຸຂະພາບທາງເອເລັກໂຕນິກ ດ້ວຍໂປແກຼມຂອງພະແນກສາທາລະນະສຸກສ້າງຂຶ້ນ.
            ຕາມແຜນການແລ້ວ, ຄາດວ່າຮອດວັນທີ 15 ມີນາ ປີ 2021, ພະແນກສາທາລະນະສຸກຈະຜັນຂະຫຍາຍການແຈ້ງອາການສຸຂະພາບທາງເອເລັກໂຕນິກໄປຍັງທຸກໆ ຄລີນິກຫຼາຍຂະແໜງ ແລະ ສຸກສາລາ ໃນບໍລິເວນນະຄອນ.
            ມາຮອດປັດຈຸບັນ ບັນດາໂຮງໝໍໃນບໍລິເວນນະຄອນ ໂຮ່ຈີມິນລ້ວນແຕ່ໄດ້ຮັບການຕີລາຄາບັນລຸລະດັບຄວາມປອດໄພໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຈາກ ພະແນກສາທາລະນະສຸກ.
(ແຫຼ່ງຄັດຈາກ VOV)


top