ຂ່າວສານ

ທຸກຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງລ້ວນແຕ່ມີຄວາມສຳຄັນຍິ່ງ ແລະ ຕ້ອງໄດ້ພິຈາລະນາແກ້ໄຂ

ຜ່ານບັນດາການພົບປະກັບຜູ້ມີສິດເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ, ມີຂໍ້ສະເໜີແນະເກືອບ 2.600 ຂໍ້ໄດ້ລວບລວມເພື່ອສົ່ງເຖິງບັນດາອົງການທີ່ມີສິດ; ໃນນັ້ນໄດ້ແກ້ໄຂເກືອບ 2.500 ຂໍ້ສະເໜີແນະ, ບັນລຸລະດັບ 99,8%.
(ທ່ານສະມາຊິກສະພາແຫ່ງຊາດ ຈິ້ງຊວັນອານ)

ເປັນຄັ້ງທຳອິດ, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບບົດລາຍງານໝາກຜົນການຕິດຕາມກວດກາເລື່ອງແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ. ທີ່ວາລະປຶກສາຫາລືໄດ້ດຳເນີນໃນຕອນບ່າຍວັນທີ 26 ພຶດສະພາ, ຢູ່ຫ້ອງປະຊຸມຫໍສະພາແຫ່ງຊາດ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

ຕາມບົດລາຍງານຂອງກຳມາທິການຄວາມມຸ່ງຫວັງຂຶ້ນກັບຄະນະປະຈຳສະພາແຫ່ງຊາດ, ຜ່ານບັນດາການພົບປະກັບຜູ້ມີສິດເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ, ມີຂໍ້ສະເໜີແນະເກືອບ 2.600 ຂໍ້ໄດ້ລວບລວມເພື່ອສົ່ງເຖິງບັນດາອົງການທີ່ມີສິດ; ໃນນັ້ນໄດ້ແກ້ໄຂເກືອບ 2.500 ຂໍ້ສະເໜີແນະ, ບັນລຸລະດັບ 99,8%.

ທີ່ວາລະປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາສູງເລື່ອງປຶກສາຫາລືບົດລາຍງານໝາກຜົນການຕິດຕາມກວດກາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ. ທ່ານສະມາຊິກສະພາແຫ່ງຊາດ ຈິ້ງຊວັນອານ, ຄະນະສະມາຊິກສະພາແຫ່ງຊາດແຂວງ ດົ່ງນາຍ, ກ່າວຄຳເຫັນວ່າ:

“ຂ້າພະເຈົ້າຕີລາຄາສູງເລື່ອງສະພາແຫ່ງຊາດໄດ້ຍົກອອກເນື້ອໃນສຳຄັນກ່ຽວກັບວຽການຄົ້ນຄວ້າເພື່ອນຳມາປຶກສາຫາລື. ສິ່ງນີ້ສະແດງໃຫ້ເຫັນປະສິດທິພາບ, ປະສິດທິຜົນ ກໍຄືເລື່ອງປ່ຽນແປງໃໝ່ໃນການເຄື່ອນໄຫວຂອງສະພາແຫ່ງຊາດ. ຜ່ານບົດລາຍງານຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ, ອາດເຫັນໄດ້ວ່າ ບົດບາດຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ພິເສດແມ່ນ ລັດຖະບານ ໄດ້ຕັດສິນໃຈ ແລະ ມານະພະຍາຍາມໃນການໃຫ້ຄຳຕອບຕໍ່ບັນດາຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ ແລະ ຢືນຢັນໄດ້ບົດບາດຂອງລັດ ຫວຽດນາມ ແມ່ນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ”.


top