ຂ່າວສານ

ທຶນ FDI ສຸມໃສ່ຂົງເຂດປຸງແຕ່ງ ແລະ ປະດິດສ້າງຫຼາຍທີ່ສຸດ

      ຕາມບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ໄລ່ຮອດວັນທີ 20 ກັນຍາ, ຍອດທຶນຈົດທະບຽນສະບັບໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນ ຂອງນັກລົງທຶນຕ່າງປະເທດບັນລຸ 21,2 ຕື້ USD, ທຶນປະຕິບັດຕົວຈິງຄາດວ່າບັນລຸໄດ້ 13, 76 ຕື້ USD.

ຕ່ອງໂສ້ຜະລິດຂອງບໍລິສັດຈຳກັດຫຸ້ນສ່ວນ Nexcon ຫວຽດນາມ (ພາບ: TTXVN)
      ໃນນັ້ນ, ມີໂຄງການໃໝ່ 1947 ແຫ່ງ ທີ່ໄດ້ອອກໃບຢັ້ງຢືນຈົດທະບຽນການລົງທຶນ, ຍອດທຶນຈົດທະບຽນບັນລຸ 10,36 ຕື້ USD. ຕາມຂົງເຂດການລົງທຶນແລ້ວ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ຂະແໜງ ໃນນັ້ນຂະແໜງອຸດສາຫະກຳປຸ່ງແຕ່ງ, ປະດິດສ້າງ ໄດ້ນຳໜ້າດ້ວຍຍອດເງິນລົງທຶນບັນລຸເກືອບ 10 ຕື້ USD, ຂົງເຂດການຜະລິດ, ແຈກຈ່າຍໄຟຟ້າຢືນຢູ່ອັນດັບທີ 2 ຖັດຈາກນັ້ນແມ່ນບັນດາຂົງເຂດເຄື່ອນໄຫວດຳເນີນທຸລະກິດ ອະສັງຫາລິມະຊັບ, ການຂາຍຍົກຂາຍຍ່ອຍ. ຕາມຄູ່ຮ່ວມມືລົງທຶນແລ້ວ, ໄດ້ມີ 111 ປະເທດ ແລະ ເຂດແຄ້ວນເຂົ້າມາລົງທຶນຢູ່ ຫວຽດນາມ, ໃນນັ້ນ ສິງກະໂປ ຢືນຢູ່ອັນດັບທີ 1, ສ.ເກົາຫຼີ ຢືນຢູ່ອັນດັບທີ 2 ແລະ ຈີນ ຢືນຢູ່ອັນດັບທີ 3.
 (ແຫຼ່ງຄັດຈາກ VOV)

top