ຫວຽດນາມ ສັງກາດໃໝ່

ທີ່​ຕັ້ງ​ບົດ​ບາດ​ໃໝ່ ແລະ ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ເສັ້ນ​ທາງ​ພັດ​ທະ​ນາ​ໃໝ່​ຂອງ ຫວຽດ​ນາມ

ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫາກໍ່ສິ້ນສຸດການປະຕິບັດງານເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ ຢູ່ ວໍຊິງຕັນ ດີຊີ (ອາເມລິກາ) ແຕ່ວັນທີ 18 – 20 ກຸມພາ 2026 ຕາມຄຳເຊີນຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ, ປະທານສະພາສັນຕິພາບເຂດ ກາຊາ. ການເຂົ້າຮ່ວມໃນຂັ້ນສູງສຸດ ອີກຄັ້ງໜຶ່ງຢັ້ງຢືນບົດບາດ ແລະ ທີ່ຕັ້ງທີ່ນັບມື້ນັບເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນບັນດາບັນຫາທົ່ວໂລກ, ພ້ອມທັງຫັນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ໃນຈຸດເວລາແກ່ນສານເປັນລະອຽດ, ເມື່ອ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍຄວາມຄາດຫວັງເພີ່ມລະດັບຄວາມໄວ ແລະ ບຸກທະລຸ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ ຢູ່ ວໍຊິງຕັນ ດີຊີ (ພາບ: TTXVN)

ການປະຕິບັດງານຂອງທ່ານເລຂາທິການໃຫຍ່ ໂຕເລິມ ບໍ່ພຽງແຕ່ແມ່ນກິດຈະກຳການຕ່າງປະເທດຂັ້ນສູງຍາມຕົ້ນລະດູບານໃໝ່ເທົ່ານັ້ນ, ຫາກຍັງແມ່ນສັນຍາລັກທີ່ມີຊີວິດຊີວິດໃຫ້ແກ່ “ທີ່ຕັ້ງໃໝ່” ແລະ ເປີດ “ກຳລັງໜູນໃໝ່” ໃຫ້ແກ່ວິວັດທະນາການພັດທະນາຂອງ ຫວຽດນາມ ໃນສັງກາດເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ.

ໝັ້ນໃຈ, ເປັນເຈົ້າຕົນເອງໃນທົ່ວໂລກ        

ສະພາສັນຕິພາບເຂດ ກາຊາ ແມ່ນກົນໄກປະສານສົມທົບກັບ ສປຊ ແນໃສ່ປະສານງານການໜູນຊ່ວຍມະນຸດສະທຳ, ສ້າງສາ ແລະ ປັບປຸງສະຖຽນລະພາບພາກພື້ນຄືນໃໝ່. ເມື່ອເຂົ້າຮ່ວມສະພາ, ບັນດາສະມາຊິກໄດ້ປະກອບສ່ວນມາດຕະການລະອຽດ ແນໃສ່ເພື່ອຢຸດຕິການປະທະກັນ, ສ້າງສັນຕິພາບ, ຄວາມໝັ້ນຄົງຄືນໃໝ່, ຟື້ນຟູ ແລະ ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຢູ່ເຂດ ກາຊາ ແລະ ປະຕິບັດວິວັດທະນາການການເມືອງຮອບດ້ານ, ສອດຄ່ອງກັບກົດໝາຍສາກົນ ແລະ ກົດບັດ ສປຊ.        

ຫວຽດນາມ ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ ດ້ວຍຄວາມໝັ້ນໃຈ ແລະ ເປັນເຈົ້າການ. ຈິດໃຈ “ໝັ້ນໃຈ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ງຕົນເອງ” ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານວິທີ ຫວຽດນາມ ເຂົ້າຮ່ວມການປຶກສາຫາລືກ່ຽວກັບບັນຫາສັບສົນຄື ກາຊາ ແຕ່ຍັງຮັກສາຫຼັກການ, ພ້ອມທັງມີໄຫວພິບໃນແບບວິທີສຳຜັດ. ຫວຽດນາມ ບໍ່ເລືອກເອົາການຢືນຢູ່ຝ່າຍໃດໃນການແກ້ງແຍ້ງສິດອຳນາດ, ແຕ່ຢືນຢູ່ເບື້ອງສັນຕິພາບ, ສະຖຽນລະພາບ ແລະ ຜົນປະໂຫຍດລວມຂອງປະຊາຄົມສາກົນ.

ກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ ຢູ່ ວໍຊິງຕັນ ດີຊີ (ພາບ: TTXVN)

ຍ້ອນຄວາມດຸ່ນດ່ຽງໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ, ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການປະກອບສ່ວນຢ່າງມີຄວາມຮັບຜິດຊອບ ແລະ ແທດຈິງເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນເພື່ອສັນຕິພາບນັ້ນເອງ ໄດ້ຮັບຄວາມເຄົາລົບ ແລະ ການຕີລາຄາສູງຈາກປະຊາຄົມສາກົນ. ເມື່ອກ່າວຄຳເຫັນຕໍ່ບັນດາປະມຸກລັດ ແລະ ການນຳຈາກກວ່າ 50 ປະເທດທີ່ເຂົ້າຮ່ວມສະພາສັນຕິພາບເຂດ ກາຊາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ເນັ້ນໜັກວ່າ:         

“ກອງປະຊຸມມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ໂຕເລິມ ຂອງ ຫວຽດນາມ. ຫວຽດນາມ ແມ່ນປະເທດສຸດຍອດ ແລະ ແມ່ນກຳລັງສຳຄັນໃນເວທີສາກົນ. ພວກຂ້າພະເຈົ້າມີຄວາມເປັນກຽດທີ່ໄດ້ຕ້ອນຮັບທ່ານ. ນີ້ແມ່ນຄວາມເປັນກຽດອັນຍິ່ງໃຫຍ່ຢ່າງແທ້ຈິງ ເມື່ອໄດ້ຕ້ອນຮັບທ່ານ. ພວກຂ້າພະເຈົ້າເຄົາລົບປະເທດຂອງທ່ານຢ່າງເລິກເຊິ່ງທີ່ສຸດ”.        

ເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມ ແລະ ປະກອບຄຳເຫັນໃນເວທີປຶກສາຫາລືກ່ຽວກັບຈຸດຮ້ອນເຮັ່ງສັບສົນຄືເຂດ ກາຊາ ນັ້ນ ຍັງແມ່ນໂອກາດເພື່ອໃຫ້ ຫວຽດນາມ ປັບປຸງ ແລະ ເປີດກວ້າງສາຍພົວພັນກັບບັນດາຄູ່ຮ່ວມມື, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໃນສະພາບການໂລກມີການຜັນແປຫຼາຍຢ່າງ. ທ່ານ ເລຮວ່າຍຈູງ ລັດຖະມົນຕີການຕ່າງປະເທດ ໃຫ້ຮູ້ວ່າ:        

“ຜ່ານການເຄື່ອນໄຫວການຕ່າງປະເທດຫຼາຍຝ່າຍທີ່ສຳຄັນນີ້, ພວກຂ້າພະເຈົ້າໄດ້ສະແດງເຈດຕະນາດີ ແລະ ຄວາມມານະພະຍາຍາມປະກອບສ່ວນເຂົ້າໃນການຊຸກຍູ້ສັນຕິພາບຢູ່ພາກພື້ນຕາເວັນອອກກາງ. ການປະຕິບັດງານຄັ້ງນີ້ຂອງທ່ານເລຂາທິການໃຫຍ່ກໍໄດ້ປະກອບສ່ວນຊຸກຍູ້ສາຍພົວພັນຂອງ ຫວຽດນາມ ກັບປະເທດເຈົ້າພາບ ແລະ ບັນດາຄູ່ຮ່ວມມືສາກົນ, ໃນນັ້ນ ມີບັນດາປະເທດຕາເວັນອອກກາງ.”

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: TTXVN)

ກຳລັງໜູນໃໝ່ເພື່ອໃຫ້ ຫວຽດນາມ ບືນຕົວຂຶ້ນ        

ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະກັບການນຳບັນດາປະເທດຫຼາຍທ່ານ. ພິເສດ, ສຳລັບປະເທດເຈົ້າພາບ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະກັບທ່ານປະທານາທິບໍດີ ອາເມລິກາ Donald Trump, ຕ້ອນຮັບຫົວໜ້າຜູ້ຕາງໜ້າທາງການຄ້າ ອາເມລິກາ - ເອກອັກຄະລັດຖະທູດ Jamieson Greer, ໂອ້ລົມທາງໂທລະສັບກັບບັນດາສະມາຊິກລັດຖະສະພາ ອາເມລິກາ.        

ໃນຈຸດເວລາແກ່ນສານເມື່ອເສດຖະກິດ 4.0 ທົ່ວໂລກ ສວມບົດບາດສໍາຄັນຫຼັກແຫຼ່ງ, ບັນດາສັນຍາ, ຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງ, ເຊັ່ນ: ວິທະຍາສາດ - ເຕັກໂນໂລຢີ, ຫັນເປັນດີຈີຕອນ, ການບິນ, ສາທາລະນະສຸກ…, ດ້ວຍມູນຄ່າທັງໝົດ 37,2 ຕື້ USD, ແມ່ນການພິສູດໃຫ້ເຫັນຢ່າງຈະແຈ້ງໃຫ້ແກ່ຄວາມເປັນເຈົ້າການຂອງ ຫວຽດນາມ ໃນການຮັກສາດຸ່ນການຄ້າ ຫວຽດນາມ - ອາເມລິກາ, ໄກ່ເກ່ຍຄວາມກົດດັນດ້ານພາສີອາກອນຈາກນະໂຍບາຍ “ປະເທດ ອາເມລິກາ ເໜືອກວ່າສິ່ງໃດໝົດ”. ສຳຄັນກວ່າສິ່ງໃດໝົດ, ນີ້ແມ່ນໄມ້ງັດເພື່ອໃຫ້ ອາເມລິກາ ຮັບຮອງ ຫວຽດນາມ ແມ່ນ “ຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ” ແລະ “ລູກຄ້າຍຸດທະສາດ”.        

ໝາກຜົນຈາກການປະຕິບັດງານຢູ່ ວໍຊິງຕັນ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນການຫັນບັນດານະໂຍບາຍຊີ້ຂາດໃຫຍ່ທີ່ສະເໝີຕົ້ນສະເໝີປາຍ ແລະ ຂ້ຽວຂາດຂອງພັກກອມມູນິດ ຫວຽດນາມ  ເປັນລະອຽດ, ແມ່ນສານກ່ຽວກັບປະເທດ ຫວຽດນາມ ພວມໝັ້ນໃຈກ້າວເຂົ້າສູ່ການເຄື່ອນໄຫວທົ່ວໂລກດ້ວຍຄຸນທາດ, ວິໄສທັດ ແລະ ຄວາມຄາດຫວັງບືນຕົວຂຶ້ນ; ປະເທດ ຫວຽດນາມ ບໍ່ພຽງແຕ່ເຊື່ອມໂຍງເພື່ອພັດທະນາເທົ່ານັ້ນ, ຫາກຍັງປະກອບສ່ວນເພື່ອພ້ອມກັນພັດທະນາ.         ໄປຄຽງຄູ່ກັນນັ້ນ, ການປະຕິບັດງານຍັງເປີດແງ່ຫວັງຮ່ວມມືໃໝ່ກ່ຽວກັບການພັດທະນາ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ. ຍ້ອນບັນດາ “ການເຊື່ອມຕໍ່ຍຸດທະສາດ” ນີ້ ອາດຈະກາຍເປັນກຳລັງໜູນທີ່ແທດຈິງໃຫ້ແກ່ໄລຍະພັດທະນາໃໝ່ຂອງ ຫວຽດນາມ./.


top