ຂ່າວສານ

ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ກ່າວຫາ ຈີນ ມີແຜນການແຊກແຊງເຂົ້າການເລືອກຕັ້ງ ອາເມລິກາ

      ວັນທີ 04 ກັນຍາ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ທ່ານ Robert Obrien ໃຫ້ຮູ້ວ່າ: ຈີນ ມີແຜນການໃຫຍ່ທີ່ສຸດໃນຈຳນວນບັນດາປະເທດພວມຊອກຫາວິທີແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີ ອາເມລິກາ.

ທ່ານ Robert Obrien (ພາບ: Reuters)
      ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 04 ກັນຍາ, ທ່ານ Robert Obrien ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ ຈີນ ແມ່ນປະເທດທີ່ມີຄວາມຕັ້ງໜ້າທີ່ສຸດ ໃນການຊອກຫາວິທີແຊກແຊງເຂົ້າການເລືອກຕັ້ງ ອາເມລິກາ. ທ່ານ Robert Obrien ກໍ່ເນັ້ນໜັກວ່າ ອາເມລິກາ ໄດ້ສົ່ງສານໄປຍັງ ຈີນ, ລັດເຊຍ, ອີຣານ ແລະ ບາງປະເທດອື່ນໆຢ່າງຈະແຈ້ງແລ້ວວ່າ ທຸກໆຄວາມມານະພະຍາຍາມທີ່ແຊກແຊງເຂົ້າການເລືອກຕັ້ງຂອງ ອາເມລິການັ້ນ ຈະຕ້ອງປະເຊີນໜ້າກັບຜົນຮ້າຍຢ້ອນຫລັງອັນໃຫຍ່ຫລວງ.
(ແຫຼ່ງຄັດຈາກ VOV)


top