ຂ່າວສານ

ທີ່ປຶກສາຂັ້ນສູງຂອງລັດຖະມົນຕີການຕ່າງປະເທດ ອາເມລິກາ ໄປຢ້ຽມຢາມ ຫວຽດນາມ

ທ່ານ Derek Chollet ທີ່ປຶກສາຂັ້ນສູງຂອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະມີການຢ້ຽມຢາມ 3 ປະເທດອາຊີ ນັ້ນແມ່ນ ຟີລິບປິນ, ຫວຽດນາມ ແລະ ຍີ່ປຸ່ນໃນລະຫວ່າງວັນທີ 28 ມີນາ ຫາວັນທີ 2 ເມສາ.
  ທ່ານ Derek Chollet ທີ່ປຶກສາຂັ້ນສູງຂອງລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: AP)  

 ຕາມກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ຢູ່ຟີລິບປິນ, ທ່ານ Derek Chollet ຈະປຶກສາຫາລືກັບ ເຈົ້າໜ້າທີ່ປະເທດຟີລິບປິນກ່ຽວກັບຄວາມມານະພະຍາຍາມລວມ ລະຫວ່າງ ສອງປະເທດເພື່ອແນໃສ່ສະໜັບສະໜູນການເຄົາລົບກົດໝາຍ ແລະ ຮັບປະກັນຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ ແລະ ຢັ້ງຢືນຄຳໝັ້ນສັນຍາຂອງ ອາເມລິກາຕໍ່ພັນທະມິດ ອາເມລິກາ - ຟີລິບປິນຄືທີ່ໄດ້ລະບຸໃນວິໄສທັດລວມ ກ່ຽວກັບການພົວພັນຄູ່ຮ່ວມມືລະຫວ່າງ ອາເມລິກາ - ຟີລິບປິນໃນສະຕະ ວັດທີ 21.

ໃນໄລຍະຢູ່ ຫວຽດນາມ, ທ່ານ Derek Chollet ຈະພົບປະກັບເຈົ້າໜ້າທີ່ຂັ້ນສູງລັດຖະບານ ຫວຽດນາມ ເພື່ອຢັ້ງຢືນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດກໍ່ຄືຄຳໝັ້ນສັນຍາຂອງອາເມລິກາຕໍ່ບົດບາດເປັນໃຈກາງຂອງ ອາຊຽນ. ສອງຝ່າຍຈະປຶກສາຫາລືກາລະໂອກາດເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ຄວາມໝັ້ນຄົງລະຫວ່ງສອງປະເທດ.

ຢູ່ປະເທດຍີ່ປຸ່ນ, ທ່ານ Derek Chollet ຈະພົບປະ ແລະ ປຶກສາຫາລືກັບເຈົ້າໜ້າທີ່ຂັ້ນສູງຍີ່ປຸ່ນກ່ຽວກັບສະພາບການຢູ່ມຽນມາ, ຢູແກຼນ ແລະ ບາງບັນຫາອື່ນໆ.



top