ຂ່າວສານ

ທີມຊາດບານເຕະຍິງ ຫວຽດນາມ ຍາດໄດ້ປີ້ ຄັ້ງປະຫວັດສາດ ເຂົ້າສູ່ຮອບແຂ່ງຂັນຊີງຊະນະເລີດ

      ຕອນ​ບ່າຍ​ວັນ​ທີ 6 ກຸມພາ​ນີ້, ທີມຊາດບານເຕະ​ຍິງ​ ຫວຽດນາມ ​ໄດ້​ເອົາ​ຊະນະ ​ທີມຊາດບານເຕະ​ຍິງ ​ໄຕ້ຫວັນ (ຈີນ) 2-1 ທີ່ການແຂ່ງຂັນ play-off  ​ ​ຍາດ​ເອົາ​ປີ້ເຂົ້າຮ່ວມການແຂ່ງຂັນຊີງຊະນະເລີດ​ ​ບານ​ເຕະ​ຍິງ​ໂລກ 2023 (FIFA Women's World Cup 2023). ດ້ວຍ​ໄຊຊະນະ​ດັ່ງກ່າວ, ​ຫົວໜ້າຄູຝຶກ ມາຍດຶກຈູງ ​ໄດ້​ສ້າງຂຶ້ນປະຫວັດສາດ​ ໃຫ້​ແກ່​ບານ​ເຕະ​ຍິງ ຫວຽດນາມ ​ເມື່ອ​ຍາດ​ໄດ້​ປີ້​ ເຂົ້າ​ຮ່ວມການແຂ່ງຂັນ​ບານ​ເຕະ​ໂລກ​ເປັນ​ຄັ້ງ​ທຳ​ອິດ.

ການແຂ່ງຂັນບານ ລະຫວ່າງ ນັກເຕະສອງທີມ. ພາບ: VNA

ນັກເຕະບານຍິງ ຫວຽດນາມ ຍາດໄດ້ປີ້ເຂົ້າສູ່ການແຂ່ງຂັນບານເຕະຍິງໂລກ 2023 ຮອບສຸດທ້າຍ. ພາບ: VNA

ທີມຊາດບານເຕະຍິງ ຫວຽດນາມ ໄດ້ສ້າງຂຶ້ນປະຫວັດສາດ ໃຫ້ແກ່ ທີມຊາດບານເຕະ ຫວຽດນາມ ເມື່ອຍາດໄດ້ປິ້
ເຂົ້າຮອບຊີງຊະນະເລີດ ບານເຕະໂລກເປັນຄັ້ງທຳອິດ. ພາບ: AFC


ປະຕິບັດໂດຍ: VNA/VNP 


top