ຂ່າວສານ

ທິມ​​ຊາດ​ບານ​ເຕະ ຫວຽດ​ນາມ ໄດ້​ຮັ​ບໄຊ​ຊະ​ນະ​ໃນ​ນັດ​ທຳ​ອິດ​ຢູ່ FIFA ASEAN Cup 2026

ຫວຽດ​ນາມ ໄດ້​ຮັບ 3 ຄະ​ແນນ​ໃນ​ນັດ​ແຂ່ງ​ຂັນ​ທຳ​ອິດ.
  (ພາບປະກອບ: VNA)  
ທິມ​​ຊາດ​ບານ​ເຕະ ຫວຽດ​ນາມ ​ໄຊ​ຊະ​ນະທິ​ມຊາດ ຟີ​ລິບ​ປິນ ​ໃນ​ນັດ​ທຳ​ອິດ​ຢູ່ FIFA ASEAN Cup 2026 ດ້ວຍ 1 ປະ​ຕູ​ຕໍ່ 0 ​ຢູ່​ສະ​ໜາມ​ກິ​ລາ Si Jalak Harupat (Bandung, Indonesia) ເມື່ອ​ຄອນ​ຄ່ຳ​ວັນ​ທີ 29 ກັນ​ຍາ. ນີ້​ແມ່ນ​ໄຊ​ຊະ​ນະ​ທີ 27 ຢ່າງ​ລຽນ​ຕິດ​ຂອງ​ຄູ​ຟືກ Kim Sang Sik ພ້ອມ​ດ້ວຍ​ທິມ​ຊາດ​ບານ​ເຕະ ຫວຽດ​ນາມ. ໄຊ​ຊະ​ນະ​​ຂອງ​ນັດ​ແຂ່ງ​ຂັນດັ່ງ​ກ່າວ ​ໂດຍ​ນັກ​ກິ​ລາ ດິນ​ບັກ ປະ​ຕິ​ບັດ​ໃນ​ນາ​ທີ​ທີ 25. ນັດ​ແຂ່ງ​ຂັນ​ໄດ້​ດຳ​ເນີນ​ໄປ​ໃນ​ສະ​ພາບ​ການ​ສະ​ເໝີ​ກັນ. ແຕ່​ເຖິງ​ແນວນັ້ນ​ກໍ່​ຕາມ, ທິມ​ຊາດ ຟີ​ລິບ​ປິນ ບໍ່​ສາ​ມາດ​ສວຍ​ໃຊ້​ບັນ​ດາ​ໂອ​ກາດ​ເພື່ອ​​ຍິງ​ປະ​ຕູ​ໄດ້ ແລະ ຍອມ​ຮັບ​ປະ​ລາ​ໄຊ. ຫວຽດ​ນາມ ໄດ້​ຮັບ 3 ຄະ​ແນນ​ໃນ​ນັດ​ແຂ່ງ​ຂັນ​ທຳ​ອິດ. ໄຊ​ຊະ​ນະ​ນີ້​ໄດ້​ສ້າງ​ບາດ​ກ້າວ​​ເດີນສຳ​ຄັນ​ໃຫ້​ແກ່​ທິມ​ຊາດ ຫວຽດ​ນາມ ໃນ 2 ນັດ​ຕໍ່​ໄປ​ຢູ່​ສາຍ B ພົບ​ກັບ​ທິມ​ຊາດ ໄທ ໃນ​ວັນ​ທີ 29 ກັນ​ຍາ ແລະ ທິມ​ຊາດ ປາ​ກີ​ສະ​ຖານ ໃນ​ວັນ​ທີ 2 ຕຸ​ລາ​ທີ່​ຈະ​ມາ​ເຖິງ.

top