ຂ່າວສານ

ທິມ​ບານ​ເຕະ​ຍິງ ຫວຽດ​ນາມ ເຂົ້າ​ຮອບ​ຄັດ​ເລືອກ​ທີ 2 ຂອງ​ການ​ແຂ່​ງ​ຂັນ Olympic Paris 2024

ດ້ວຍໝາກຜົນນີ້, ທິມຊາດບານເຕະຍິງ ຫວຽດນາມ ໄດ້ເຂົ້າຮອບຄັດເລືອກທີຂອງ ໃນການແຂ່ງຂັນ Olympic Paris 2024 ພາກພື້ນອາຊີ ຢ່າງເປັນທາງການ.
    

ຕອນບ່າຍວັນທີ 8 ເມສາ, ຢູ່ Nepal, ທິມຊາດບານເຕະ ຫວຽດນາມ ອີກຄັ້ງໜຶ່ງຍາໄດ້ໄຊຊະນະຕໍ່ທິມຊາດບານເຕະ ຍິງ Nepal 2 – 0 ຢູ່ນັດທີສອງໃນຮອບຄັດເລືອກທີໜຶ່ງການແຂ່ງຂັນ Olympic Paris 2024  ຢູ່ພາກພື້ນ ອາຊີ. ທັງສອງລູກໂດຍນັກເຕະ ຫ໋າຍອຽນຍິງເຂົ້າ.

ດ້ວຍໝາກຜົນນີ້, ທິມຊາດບານເຕະຍິງ ຫວຽດນາມ ໄດ້ເຂົ້າຮອບຄັດເລືອກທີຂອງ ໃນການແຂ່ງຂັນ Olympic Paris 2024 ພາກພື້ນອາຊີ ຢ່າງເປັນທາງການ. ນອກຈາກຫວຽດນາມ, ທິມບານເຕະຍິງປະເທດໄທກໍ່ເຂົ້າຮອບຄັດເລືອກທີ 2. ຮອບຄັດເລືອກທີ 2 Olympic Paris 2024 ພາກພື້ນອາຊີ ຈະດຳເນີນໃນເດືອນຕຸລາຈະມາເຖິງ, ດ້ວຍ 12 ທິມ ແບ່ງເປັນ 3 ສາຍ (ແຕ່ລະສາຍ ມີ 4 ທິມ).


top