ຂ່າວສານ

ທິມ​ຊາດ​ບານ​ແຕະ​ຫວຽດ​ນາມ ນອນ​ໃນສາຍ C, ງານ​ແຂ່ງ​ຂັນ​ບານ​ແຕະ U23 ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2023

ງານແຂ່ງຂັນບານແຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2023 ຈະຈັດຂຶ້ນແຕ່ວັນທີ 17-26 ສິງຫາຈະມາເຖິງຢູ່ປະເທດ ໄທ.
   ( ພາບ:VOV)  

ວັນທີ 29 ພຶດສະພາ, ຢູ່ບາງກອກ ປະເທດໄທ, ສະຫະພັນບານແຕະ ອາຊີຕາເວັນອອກສ່ຽງໃຕ້ (AFF) ໄດ້ຈົກສະຫຼາດແບ່ງສາຍ ງານແຂ່ງຂັນບານແຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2023. ເຂົ້າຮ່ວມງານແຂ່ງຂັນດັ່ງກ່າວມີ 10 ທິມ ໄດ້ຈັດອັນດັບຕາມກຸ່ມຄື: ກຸ່ມທີ 1 ມີ U23 ຫວຽດນາມ (ຊະນະເລີດປະຈຸບັນ), ໄທ (ທີ 2), Timor Leste (ທີ 3); ກຸ່ມທີ 2 ມີ ກຳປູເຈຍ Malaysia ແລະ Philippines. ກຸ່ມທີ 3 ມີ Brunei, Indonesia, Myanmar ແລະ ລາວ. 10 ທິມໄດ້ແບ່ງປັນ 3 ສາຍ ແລະ ຕາມໝາກຜົນການຈົກສະຫຼາດ, U23 ຫວຽດນາມ  ນອນໃນ ສາຍ C ພ້ອມກັບ Philippines ແລະ ລາວ.

     ງານແຂ່ງຂັນບານແຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2023 ຈະຈັດຂຶ້ນແຕ່ວັນທີ 17-26 ສິງຫາຈະມາເຖິງຢູ່ປະເທດ ໄທ.

 


top