ຂ່າວສານ

ທິມລົດຖັງຫວຽດນາມ ຮັບຂັນແຊັມ ແລະ ຮັບຫຼຽນຄຳ ໃນງານມະຫາກຳກິລາການທະຫານສາກົນ Army Games 2020

      ຫວຽດນາມ ເຂົ້າເສັ້ນໄຊເປັນທິມທຳອິດ ດ້ວຍເວລາ 2 ຊົ່ວໂມງ 12 ນາທີ 47 ວິນາທີ.

ດ້ວຍເວລາ 2 ຊົ່ວໂມງ 12 ນາທີ 47 ວິນາທີທິມລົດຖັງ ຫວຽດນາມ ຄວ້າໄດ້ຫຼຽນຄຳ ໃນງານມະຫາກຳກິລາການທະຫານ Army Games 2020 
      ຕອນຄ່ຳວັນທີ 4 ກັນຍາ ຕາມເວລາ ຮ່າໂນ້ຍ, ພິທີມອບລາງວັນ ການແຂ່ງຂັນ ລົດຖັງເຄື່ອນທີ່ ສາຍ 2 ໃນຂອບເຂດງານມະຫາກຳກິລາການທະຫານສາກົນ Army Games 2020 ຖືກຈັດຂຶ້ນຢ່າງສົມກຽດ ຢູ່ ສວນສາທາລະນະ Patriot, ຊານນະຄອນ ມົດສະກູ ຂອງ ສະຫະພັນ ລັດເຊຍ. ຢູ່ທີ່ນີ້, ພິທີຊັກທຸງຊາດຫວຽດນາມຂຶ້ນສູ່ຍອດເສົາໄດ້ດຳເນີນຢ່າງສົມກຽດ.
        ກ່ອນໜ້ານັ້ນ, ໃນຮອບຊີງຊະນະເລີດສາຍ 2, ທິມລົດຖັງຫວຽດນາມ ໄດ້ແຂ່ງຂັນເປັນຢ່າງດີທີ່ສຸດ ແລະ ຢືນອັນດັບທີ່ໜຶ່ງ ແລະ ຍິງຖືກ 13/24 ເປົ້າໝາຍ.
        ໝາກຜົນຂອງການແຂ່ງຂັນຮອບຊີງຊະນະເລີດ, ຫວຽດນາມ ເຂົ້າເສັ້ນໄຊເປັນທິມທຳອິດ ດ້ວຍເວລາ 2 ຊົ່ວໂມງ 12 ນາທີ 47 ວິນາທີ. ດ້ວຍໝາກຜົນດັ່ງກ່າວ, ທິມລົດຖັງ ຫວຽດນາມ ຄວ້າໄດ້ຫຼຽນຄຳ ໃນງານມະຫາກຳກິລາການທະຫານ Army Games 2020.
(ແຫຼ່ງຄັດຈາກ VOV)


top