ຂ່າວສານ

ທິມລົດຖັງຫວຽດນາມ ສືບຕໍ່ບັນລຸຜົນງານສູງໃນງານມະຫາກຳກິລາການທະຫານ Army Games 2020

      ຕອນຄ່ຳວັນທີ 2 ກັນຍາ, ຕາມເວລາ ມົດສະກູ, ຄະນະຈັດຕັ້ງ ງານມະຫາກຳກິລາການທະຫານ Army Games 2020 ໄດ້ປະກາດໝາກຜົນການແຂ່ງຂັນຮອບຮອງຊະນະເລີດ ສາຍ 2 ຂອງການແຂ່ງຂັນລົດຖັງເຄື່ອນທີ່.

ທິມລົດຖັງຫວຽດນາມ ໄດ້ຢືນອັນດັບທີ 2 ຂອງຮອບຮອງຊະນະເລີດ ດ້ວຍເວລາ 2 ໂມງ 23 ນາທີ 16 ວິນາທີ  (ພາບ: TTXVN)
      ຕາມນັ້ນແລ້ວ, ທິມລົດຖັງຫວຽດນາມ ໄດ້ຢືນອັນດັບທີ 2 ຂອງຮອບຮອງຊະນະເລີດ ດ້ວຍເວລາ 2 ໂມງ 23 ນາທີ 16 ວິນາທີ, ຖັດຈາກ ມຽນມາ ດ້ວຍເວລາ 2 ໂມງ 18 ນາທີ 04 ວິນາທີ) ແລະ ໄດ້ເຂົ້າຮອບຊີງຊະນະເລີດ ພ້ອມກັບທິມລົດຖັງມາຈາກ ມຽນມາ, ລາວ, ຕັດຈີກິດສະຖານ.
        ໃນຂອບເຂດງານມະຫາກຳກິລາການທະຫານ Army Games 2020, ທິມຍິງບັ່ນທອນ ຂອງ ກອງທັບປະຊາຊົນຫວຽດນາມ ຍາດໄດ້ລາງວັນທີສອງ, ຖັດຈາກປະເທດເຈົ້າພາກ ເບລາຣຸດ ແລະ ຖັດຈາກຫວຽດນາມ ແມ່ນ ລັດເຊຍ ແລະ ອຸດສະເບກິດສະຖານ.
 (ແຫຼ່ງຄັດຈາກ VOV)


top