ຂ່າວສານ

ທິມລົດຖັງ ຫວຽດນາມ ຍາດໄດ້ຜົນງານດີເດັ່ນໃນການແຂ່ງຂັນ Army Games 2020

ທິມລົດຖັງ ຫວຽດນາມ ຍາດໄດ້ຜົນງານດີເດັ່ນຫລາຍຢ່າງ ລື່ນກາຍຄາດໝາຍທີ່ໄດ້ວາງອອກ. ໂດຍລະອຽດແມ່ນ ທິມລົດຖັງ ຫວຽດນາມ ເປັນຄັ້ງທຳອິດຍາດໄດ້ຫຼຽນຄຳຂອງສາຍ 2 ການແຂ່ງຂັນລົດຖັງທີ່ງານມະຫາກຳກິລາການທະຫານປີນີ້.

 ທິມລົດຖັງ ຫວຽດນາມ ຍາດໄດ້ຜົນງານດີເດັ່ນຫລາຍຢ່າງ ລື່ນກາຍຄາດໝາຍທີ່ໄດ້ວາງອອກ 

ຕອນຄ່ຳວັນທີ 05 ກັນຍາ, ງານມະຫາກຳກິລາການທະຫານສາກົນປີ 2020 (Army Gamrs 2020) ໄດ້ອັດລົງຢ່າງເປັນທາງການຢູ່ສວນສາທາລະນະ Patriot ຢູ່ຊານນະຄອນຫລວງ ມົດສະກູ, ສະຫະພັນ ລັດເຊຍ. ຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງ, ທີສອງ, ທີສາມ ສາຍ 1 ການແຂ່ງຂັນລົດຖັງໃຫ້ແກ່ບັນດາທິມລົດຖັງ ລັດເຊຍ,ຈີນ ແລະ ເບລາຣຸດ.

ທິມລົດຖັງ ຫວຽດນາມ ຍາດໄດ້ຜົນງານດີເດັ່ນຫລາຍຢ່າງ ລື່ນກາຍຄາດໝາຍທີ່ໄດ້ວາງອອກ. ໂດຍລະອຽດແມ່ນ ທິມລົດຖັງ ຫວຽດນາມ ເປັນຄັ້ງທຳອິດຍາດໄດ້ຫຼຽນຄຳຂອງສາຍ 2 ການແຂ່ງຂັນລົດຖັງທີ່ງານມະຫາກຳກິລາການທະຫານປີນີ້.

ນອກນັ້ນ, ບັນດາທິມທະຫານຊ່ອງແສງ, ກູ້ໄພກູ້ຊີບກໍ່ຍາດໄດ້ຫຼຽນທອງ. ໂດຍຜ່ານບັນດາລາຍການພົວພັນແລກປ່ຽນວັດທະນະທຳສິລະປະທີ່ເປັນເອກະລັກສະເພາະໃນຂອບເຂດການເຄື່ອນໄຫວມິດຕະພາບນັ້ນ, ຄະນະວັດທະນະທຳ ແລະ ສິລະປະ ຫວຽດນາມ ກໍ່ປະກອບສ່ວນໂຄສະນາພາບພົດປະເທດຊາດ ແລະ ປະຊາຊົນ ຫວຽດນາມ ກັບເພື່ອນມິດສາກົນ.

(ແຫຼ່ງຄັດຈາກ VOV)
 

top