ທິມບານເຕະແຫ່ງຊາດຫວຽດນາມເອົາຊະນະຕໍ່ ທິມບານເຕະແຫ່ງຊາດມາເລເຊຍ 2 ປະຕູຕໍ່ 1 ໃນການແຂ່ງຂັນຮອບຄັດເລືອກທີ 2 World Cup 2022 ພາກພື້ນອາຊີ ຊຶ່ງຈັດຂຶ້ນໃນຄ່ຳຄືນວັນທີ 11 ມິຖຸນາ.
ທິມບານເຕະແຫ່ງຊາດຫວຽດນາມ ຈະຕັດສິນໃຈເອົາຊະນະຕໍ່ທິມ ສະຫະລັດອາຣັບ ເອັມມີເລັດ ໃນນັດສຸດທ້າຍນີ້
ດ້ວຍຜົນງານດັ່ງກ່າວ, ທິມບານເຕະແຫ່ງຊາດຫວຽດນາມ ສາມາດນຳໜ້າສາຍ G ດ້ວຍ 17 ຄະແນນ.
ຄູເຝິກ ປັກຮາງແຊວ ຖືວ່າ : 3 ຄະແນນທີ່ໄດ້ຈາກນັດແຂ່ງຂັນໂດຍ ເອົາຊະນະຕໍ່ ທິມບານເຕະແຫ່ງຊາດມາເລເຊຍນັ້ນ, ກໍແມ່ນສິ່ງທີ່ສຳຄັນຊ່ວຍໃຫ້ ທິມບານເຕະແຫ່ງຊາດຫວຽດນາມ ສາມາດເຂົ້າແຂ່ງຂັນໃນຮອບຄັດເລືອກສຸດທ້າຍ World Cup 2022. ຄູເຝິກ ປັກຮາງແຊວ ຍັງໃຫ້ຮູ້ວ່າ ທິມບານເຕະແຫ່ງຊາດຫວຽດນາມ ຈະຕັດສິນໃຈເອົາຊະນະຕໍ່ທິມ ສະຫະລັດອາຣັບ ເອັມມີເລັດ ໃນນັດສຸດທ້າຍນີ້.
(ແຫຼ່ງຄັດຈາກ VOV)