ຂ່າວສານ

ທິມບານເຕະແຫ່ງຊາດຫວຽດນາມ ມຸ່ງໄປເຖິງເປົ້າໝາຍເຂົ້າຮ່ວມຮອບຊີງຊະນະເລີດ Asian Cup 2023

      ເປົ້າໝາຍຂອງທິມບານເຕະແຫ່ງຊາດຫວຽດນາມ ແມ່ນມຸ່ງເຖິງການເຂົ້າຮ່ວມຮອບຊີງຊະນະເລີດ Asian Cup 2023. 
      ນີ້ແມ່ນຄໍາຢັ້ງຢືນຂອງທ່ານເລຂາທິການໃຫຍ່ສະຫະພັນບານເຕະຫວຽດນາມ (VFF) ເລຮວ່າຍແອັງ ໃນຕອນບ່າຍວັນທີ 14 ກັນຍາ ຕໍ່ໜ້າຂໍ້ມູນຂ່າວທີ່ໄດ້ລົງພິມໃນໜັງສືພິມ Sports Seoul (ສ.ເກົາຫຼີ) ທີ່ກ່ຽວຂ້ອງເຖິງເປົ້າໝາຍ, ໜ້າທີ່ຂອງຄູຝຶກ Park Hang Seo  ໃນຮອບຊີງຊະນະເລີດ Asian Cup 2023. ຕາມໜັງສືພິມດັ່ງກ່າວແລ້ວ, ໃນວິວັດການເຈລະຈາສັນຍາກັບຫົວໜ້າຄູຝຶກທິມບານເຕະແຫ່ງຊາດຫວຽດນາມ Park Hang Seo, VFF ໄດ້ຍົກອອກຄໍາຮຽກຮ້ອງສໍາລັບຄູຝຶກຄົນດັ່ງກ່າວວ່າ ຕ້ອງນໍາທິມບານເຕະແຫ່ງຊາດຫວຽດນາມ ລອດເຂົ້ານັດແຂ່ງຂັນຊີງຊະນະເລີດ Asian Cup 2023.
 (ແຫຼ່ງຄັດຈາກ VOV)


top