ຂ່າວສານ

ທິມບານເຕະ ຫວຽດນາມ ເອົາຊະນະທິມໄທ ເພື່ອເຂົ້າຮອບຊີງຊະນະເລີດການແຂ່ງຂັນບານເຕະ King’s Cup

ທີ່ການແຂ່ງຂັນບານເຕະ King’s Cup 2019 ພວມດຳເນີນຢູ່ ໄທ, ທິມບານເຕະ ຫວຽດນາມ ໄດ້ແຂ່ງຂັນກັບທິມບານເຕະ ໄທ ໃນຕອນຄ່ຳວັນທີ 05 ມິຖຸນາ. 
ນັກບານເຕະ ຫງວຽນແອັງດຶກ ໄດ້ຍິງເຂົ້າປະຕູໜຶ່ງດຽວໃນນາທີສຸດທ້າຍຂອງການແຂ່ງຂັນ, ນຳມາເຊິ່ງໄຊຊະນະ 1 ປະຕູຕໍ່ 0 ໃຫ້ແກ່ທິມບານເຕະ ຫວຽດນາມ. ກ່ອນໜ້ານັ້ນໃນວັນດຽວກັນ ທິມບານເຕະ Curacao ໄດ້ເອົາຊະນະທິມບານເຕະ ອິນເດຍ ດ້ວຍ 3 ປະຕູຕໍ່ 1.

ນັກບານເຕະ ຫງວຽນແອັງດຶກ ໄດ້ຍິງເຂົ້າປະຕູໜຶ່ງດຽວໃນນາທີສຸດທ້າຍ

ດ້ວຍໝາກຜົນດັ່ງກ່າວນັ້ນ, ທິມບານເຕະ ຫວຽດນາມ ແລະ ທິມບານເຕະ Curacao ຈະພົບກັນຢູ່ຮອບຊີງຊະນະເລີດ ເຊິ່ງຈະແຂ່ງຂັນໃນວັນທີ 08 ມິຖຸນາ ຈະມາເຖິງ, ໃນຂະນະນັ້ນ ທິມບານເຕະ ໄທ ແລະ ທິມບານເຕະ ອິນເດຍ ຈະແຂ່ງຂັນກັນຍາດເອົາລາງວັນທີ 3.

        King’s Cup ແມ່ນການແຂ່ງຂັນກະຊັບມິດສາກົນ, ເຖິງຢ່າງໃດກໍ່ຕາມ, ບັນດາໝາກຜົນໃນການແຂ່ງຂັນນີ້ ຈະມີຜົນສະທ້ອນໂດຍກົງເຖິງອັນດັບຂອງບັນດາທິມບານເຕະໃນຕາຕະລາງຈັດອັນດັບຂອງສະຫະພັນບານເຕະໂລກ (FIFA) ທີ່ເຂົ້າຮ່ວມການແຂ່ງຂັນ. ບັນດາການແຂ່ງຂັນນີ້ ລ້ວນແຕ່ຖືກ FIFA ໄລ່ຄະແນນ.

(ແຫຼ່ງຄັດຈາກ VOV)


top