ຂ່າວສານ

ທິມບານເຕະ ຊາຍ U19 ຫວຽດນາມສາມາດເຂົ້າແຂ່ງຂັນຮອບຊີງຊະນະເລີດ U19 ອາຊີ

      ທິມບານເຕະ ຊາຍ U19 ຫວຽດນາມ ຍາດໄດ້ສິດເຂົ້າແຂ່ງຂັນຮອບຊີງຊະນະເລີດ U19  ອາຊີ 2020 ພາຍຫຼັງ ສະເໝີກັບທິມບານເຕະ U19 ຍີ່ປຸ່ນ 0-0 ຢູ່ນັດສຸດທ້າຍຂອງຮອບຄັດເລືອກ ເຊິ່ງໄດ້ດຳເນີນໃນຕອນຄ່ຳວັນທີ 10 ພະຈິກ ຢູ່ນະຄອນ ໂຮ່ຈີມິນ.

ພາບປະກອບ (bongda.com.vn)
      ດ້ວຍໝາກຜົນນີ້, U19 ຍີ່ປຸ່ນ ແລະ U19 ຫວຽດນາມ ພ້ອມກັນສິ້ນສຸດຮອບຄັດເລືອກສາຍ J ດ້ວຍ 7 ຄະແນນ. ດ້ວຍໝາກຜົນນີ້,  ແນ່ນອນວ່າ ທິມຊາດຫວຽດນາມຈະແມ່ນ 1 ໃນ 4 ທິມຊາດຍືນຢູ່ອັນດັບທີ 2 ທີ່ມີຜົນງານດີທີ່ສຸດ, ຜ່ານນັ້ນກໍ່ຍາດໄດ້ສິດ ເຂົ້າແຂ່ງຂັນຮອບຊີງຊະນະເລີດ U 19 ອາຊີ 2020. ຕາມການກຳນົດຂອງ ສະຫະພັນ ບານເຕະ ອາຊີ ( AFC), 11 ທິມຍືນຢູ່ອັນດັບໜຶ່ງ  ແລະ 4 ທິມຢູ່ອັນດັບ 2 ທີ່ມີຜົນງານດີທີ່ສຸດຈະໄດ້ເຂົ້າແຂ່ງຂັນຮອບຊີງຊະນະເລີດ.
 (ແຫຼ່ງຄັດຈາກ VOV)


top