ຂ່າວສານ

ທິນລົດຖັງຫວຽດນາມ ລອດເຂົ້າຮອບຮອງຊະນະເລີດງານແຂ່ງຂັນ Tank Biathlon 2020

      ທິມລົດຖັງເລກ 3 ຂອງທິມລົດຖັງຫວຽດນາມ ໄດ້ກ້າວເຂົ້າສູ່ການແຂ່ງຂັນຄັ້ງສຸດທ້າຍຂອງຮອບຄັດເລືອກ ເຊິ່ງໄດ້ຈັດຂຶ້ນຢູ່ມົດສະກູ, ປະເທດສະຫະພັນລັດເຊຍ

 (ທິມລົດຖັງຫວຽດນາມ)
      ໃນຂອບເຂດງານແຂ່ງຂັນການທະຫານສາກົນ Army Games 2020, ວັນທີ 29 ສິງຫາ, ທິມລົດຖັງເລກ 3 ຂອງທິມລົດຖັງຫວຽດນາມ ໄດ້ກ້າວເຂົ້າສູ່ການແຂ່ງຂັນຄັ້ງສຸດທ້າຍຂອງຮອບຄັດເລືອກ ເຊິ່ງໄດ້ຈັດຂຶ້ນຢູ່ມົດສະກູ, ປະເທດສະຫະພັນລັດເຊຍ, ເພື່ອຄັດເລືອກ 4 ທິມລອດເຂົ້າຮອບຮອງຊະນະເລີດງານແຂ່ງຂັນ Tank Biathlon 2020.
ໝາກຜົນໄດ້ອອກວ່າ, ທິມລົດຖັງມຽນມາ ຢືນອັນດັບທີ 1, ທິມຫວຽດນາມ ຢືນອັນດັບທີ 2, ທິມ ກາຕາ ຢືນອັນດັບທີ 3.
(ແຫຼ່ງຄັດຈາກ VOV)


top