ຂ່າວສານ

ທາບທາມຄວາມເຫັນທາງການເມືອງລະຫວ່າງ ຫວຽດນາມ ແລະ ບັງກະລາເທດ

ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສົມທົບກັນສ້າງວິໄສທັດຍາວໄກໃຫ້ແກ່ການພົວພັນສອງປະເທດ...
ການທາບທາມຄວາມເຫັນດ້ານການເມືອງລະຫວ່າງສອງຝ່າຍ

ໂດຍປະຕິບັດຂໍ້ຕົກລົງລະຫວ່າງກະຊວງການຕ່າງປະເທດສອງປະເທດ, ຕອນເຊົ້າວັນທີ 14 ພຶດສະພາ, ຢູ່ນະຄອນຫຼວງ Dhaka, ປະເທດ ບັງກະລາເທດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ພ້ອມກັບທ່ານຮອງລັດຖະມົນຕີການຕ່າງປະເທດ ບັງກະລາເທດ Masud Bin Momen ເປັນປະທານຮ່ວມກອງປະຊຸມຄັ້ງທີ 2 ທາບທາມຄວາມເຫັນທາງການເມືອງລະຫວ່າງ ຫວຽດນາມ ແລະ ບັງກະລາເທດ.

 ທີ່ການທາບທາມຄວາມເຫັນທາງການເມືອງ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສົມທົບກັນສ້າງວິໄສທັດຍາວໄກໃຫ້ແກ່ການພົວພັນສອງປະເທດ, ຊຸກຍູ້ການພົວພັນແລກປ່ຽນບັນດາການຢ້ຽມຢາມຂັ້ນສູງ ແລະ ທຸກຂັ້ນ, ເພີ່ມທະວີກອງປະຊຸມປະຈຳໄລຍະບັນດາກົນໄກຮ່ວມມື ທີ່ມີຢູ່ແລ້ວ, ເລີ່ມພິຈາລະນາ, ເຄື່ອນໄຫວຄືນ ແລະ ປັບປຸງ, ຍົກລະດັບຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກນິກ. ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ ແລະ ການລົງທຶນ, ການສຶກສາ, ກະສິກຳ, ສິນໃນນຳ້ ແລະ ລ້ຽງສັດ, ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳ ແລະ ການທ່ອງທ່ຽວ.

 


top