ຂ່າວສານ

ທະ​ຫານ​ເຮືອ​ບັນ​ດາ​ປະ​ເທດ ອາ​ຊຽນ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ຄວາມ​ເປັນ​ເອ​ກະ​ພາບ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ທະ​ເລ

ການພັດທະນາເສດຖະກິດທະເລແບບຍືນຍົງ ທັງແມ່ນຜົນປະໂຫຍດ, ທັງເປັນຄວາມຮັບຜິດຂອບຂອງແຕ່ລະປະເທດ, ຂອງພາກພື້ນ ແລະ ທົ່ວໂລກ.
ທ່ານວາທີ ພົນເຮືອເອກ ເຈິ່ນແທງງຽມ, ຜູ້ບັນຊາການເຫຼົ່າທັບເຮືອ ເຂົ້າຮ່ວມກອງປະຊຸມ (ພາບ: qdnd.vn)

ວັນທີ 11 ສິງຫາ, ກອງປະຊຸມຜູ້ບັນຊາການທະຫານເຮືອ ບັນດາປະເທດ ອາຊຽນ ຄັ້ງທີ 15 (ANCM – 15) ຖືກຈັດຂຶ້ນຕາມຮູບການທາງໄກ ພາຍໃຕ້ການເປັນປະທານຂອງທ່ານ ວາທີ ພົນເຮືອເອກ Dato Seri Pahlawan Spry bin Haji Serudi ຜູ້ບັນຊາການທະຫານເຮືອ ບຣູໄນ. ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໂດຍທ່ານວາທີ ພົນເຮືອເອກ ເຈິ່ນແທງງຽມ, ຜູ້ບັນຊາການເຫຼົ່າທັບເຮືອ, ເປັນຫົວໜ້າຄະນະ.

        ເມື່ອແບ່ງປັນກ່ຽວກັບຫົວຂໍ້ “ເສດຖະກິດທະເລຂຽວ: ພວກເຮົາເອົາໃຈໃສ່, ພວກເຮົາກະກຽມ, ພວກເຮົາວັດທະນາຖາວອນ”, ທ່ານວາທີ ພົນເຮືອເອກ ເຈິ່ນແທັງງຽມ ເນັ້ນໜັກວ່າ ການພັດທະນາເສດຖະກິດທະເລແບບຍືນຍົງ ທັງແມ່ນຜົນປະໂຫຍດ, ທັງເປັນຄວາມຮັບຜິດຂອບຂອງແຕ່ລະປະເທດ, ຂອງພາກພື້ນ ແລະ ທົ່ວໂລກ. ດັ່ງນັ້ນ, ກອງທັບເຮືອບັນດາປະເທດ ອາຊຽນ ຄວນເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບ, ສືບຕໍ່ຊຸກຍູ້ການຮ່ວມມືກ່ຽວກັບຄວາມໝັ້ນຄົງໃນທະເລ, ປະກອບສ່ວນພັດທະນາເສດຖະກິດທະເລແບບຍືນຍົງ.

(ແຫຼ່ງຄັດຈາກ VOV)


top